Sunday, August 19, 2012

ໄຫວ້ພຣະ

ໄຫວ້ພຣະກ່ອນນອນ.
  ບູຊາພຣະລັດຕະນະໄຕຣ.
====****====
+ ອິມິນາ ສັກກາເລນະຕັງ ພຸດທັງ ອະພິປູຊະຍາມິ.
ອະລະຫັງ ສຳມາສຳພຸດໂທ ພະຄະວາ ພຸດທັງ ພະຄະວັນຕັງ ອະພິວາເທມິ. (ຂາບ)
+ ອິມິນາ ສັກກາເລນະຕັງ ທຳມັງ ອະພິປູຊະຍາມິ.
ສວາກຂາໂຕ ພະຄະວະຕາ ທຳໂມ ທຳມັງ ນະມັດສາມິ. (ຂາບ)
+ ອິມິນາ ສັກກາເລນະຕັງ ສັງຄັງ ອະພິປູຊະຍາມິ.
ສຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ, ສັງຄັງ ນະມາມິ (ຂາບ)

ຄຳນອບນ້ອມພຣະພຸດທະເຈົ້າ.
==+++==
+ ນະໂມຕັດສະ ພະຄະວະໂຕ ອະລະຫະໂຕ ສໍາມາ ສໍາພຸດ
ທັດສະ (ວ່າ3ເທື່ອ)
ຄຳຂໍເຂົ້າເຖິງພຣະລັດຕະນະໄຕຣ.
==+++==
ພຸດທັງ ສະລະນັງ ຄັດສາມິ.
ທຳມັງ ສະລະນັງ ຄັດສາມິ.
ສັງຄັງ ສະລະນັງ ຄັດສາມິ.
ທຸຕິຍຳປິ ພຸດທັງ ສະລະນັງ ຄັດສາມິ.
ທຸຕິຍຳປິ ທຳມັງ ສະລະນັງ ຄັດສາມິ.
ທຸຕິຍຳປິ ສັງຄັງ ສະລະນັງ ຄັດສາມິ.
ຕະຕິຍຳປິ ພຸດທັງ ສະລະນັງ ຄັດສາມິ.
ຕະຕິຍຳປິ ທຳມັງ ສະລະນັງ ຄັດສາມິ.
ຕະຕິຍຳປິ ສັງຄັງ ສະລະນັງ ຄັດສາມິ.

ຂໍຂະມາພຣະລັດຕະນະໄຕຣ.
==+++==
+ ວັນທາມິ ພຸດທັງ ສັບພະເມໂທສັງ ຂະມະຖະເມພັນເຕ. ວັນທາມິ ທຳມັງ ສັບພະເມໂທສັງ ຂະມະຖະເມພັນເຕ. ວັນທາມິ ສັງຄັງ ສັບພະເມໂທສັງ ຂະມະຖະເມພັນເຕ.
          
ບົດແຜ່ເມດຕາໃຫ້ຕົນເອງ.
==+++==
  + ອະຫັງ ສຸຂິໂຕ ໂຫມິ: ຂໍໃຫ້ຂ້າພະເຈົ້າມີຄວາມສຸກ.
ນິດທຸກໂຂ ໂຫມິ: ປາດສະຈາກຄວາມທຸກ.
ອະເວໂລ ໂຫມິ: ປາດສະຈາກເວນ.
ອັບພະຍາປັດໂຊ ໂຫມິ: ປາດສະຈາກອຸປະສັກ ອັນຕະ
ລາຍທັງປວງ.
ອະນິໂຄ ໂຫມິ: ປາດສະຈາກຄວາມທຸກກາຍທຸກໃຈ.
ສຸຂີ ອັດຕານັງ ປະລິຫາລາມິ: ຈົ່ງມີຄວາມສຸກກາຍ ສຸກໃຈ ຮັກສາຕົນໃຫ້ພົ້ນ, ຈາກທຸກໄພທັງຫມົດທັງສິ້ນເທີ້ນ.
 
ຄຳອະຖິດຖານອະໂຫສິກຳ.
==+++==
+ ສາທຸ…ສາທຸ! ຜູ້ຂ້າຂໍຕັ້ງຈິດຕັ້ງໃຈ ອະໂຫສິກໍາ,
ກຳໃດທີ່ທຳແກ່ຜູ້ໃດ ໃນຊາດໃດໆກໍ່ຕາມ, ຂໍໃຫ້ເຈົ້າກຳນາຍ
ເວນ, ຈົ່ງອະໂຫສິກຳໃຫ້ແກ່ຂ້າພະເຈົ້າ, ຢ່າໄດ້ຈອງເວນຈອງ
ກຳຕໍ່ໄປເລີຍ. ແມ່ນແຕ່ກຳທີ່ຜູ້ໃດທຳແກ່ຂ້າພະເຈົ້າກໍ່ຕາມ, ຂ້າພະເຈົ້າຂໍອະ
ໂຫສິກຳໃຫ້ທັງສິ້ນ, ຍົກຖວາຍພຣະພຸດທະເຈົ້າເປັນອະໄພຍະ
ທານ, ເພື່ອຈະໄດ້ບໍ່ມີເວນມີກໍາຕໍ່ໄປ, ດ້ວຍອານິສົງແຫ່ງອະໄພ
ຍະທານນີ້ ຂໍໃຫ້ຂ້າພະເຈົ້າ, ຄອບຄົວບຸດຫລານ ຕະຫລອດຈົນ
ວົງສາຄະນາຍາດ ແລະຜູ້ມີອຸປະກາລະຄຸນທັງຫລາຍຂອງຂ້າພະ
ເຈົ້າ, ຈົ່ງມີຄວາມສຸກ ຄວາມຈະເລີນ ປະຕິບັດແຕ່ສິ່ງທີ່ດີ ແລະ
ສິ່ງທີ່ຊອບດ້ວຍເທີ້ນ.

ແຜ່ເມດຕາໃຫ້ແກ່ສັບພະສັດທັງຫລາຍ.
==== +++ ====
  + ສັບເພ ສັດຕາ:  ອັນວ່າສັດທັງຫລາຍ ທີ່ເປັນເພື່ອນທຸກເກີດ
   ແກ່ເຈັບຕາຍດ້ວຍກັນທັງຫມົດທັງສິ້ນ.
ອະເວລາ ໂຫນຕຸ: ຈົ່ງເປັນສຸກເປັນສຸກເຖີດ ຢ່າໄດ້ມີເວນ
ແກ່ກັນແລະກັນເລີຍ.
ອັບພະຍາປັດຊາ ໂຫນຕຸ: ຈົ່ງເປັນສຸກເປັນສຸກເຖີດ ຢ່າໄດ້ບຽດ ບຽນເຊິ່ງກັນແລະກັນເລີຍ.
ອະນິຄາ ໂຫນຕຸ: ຈົ່ງເປັນສຸກເປັນສຸກເຖີດ ຢ່າໄດ້ມີຄວາມທຸກ
ກາຍທຸກໃຈເລີຍ.
ສຸຂີ ອັດຕານັງ ປະລິຫະລັນຕຸ: ຈົ່ງມີຄວາມສຸກກາຍ ສຸກໃຈ ຮັກສາຕົນໃຫ້ພົ້ນ ຈາກທຸກໄພທັງຫມົດທັງສິ້ນເທີ້ນ.
  ( ຫລັງຈາກຈົບແລ້ວກໍ່ຂາບລົງສາມຄັ້ງເປັນອັນວ່າເສັດພິທີ, ທ່ານອາດຈະນັ່ງສະມາທິຕໍ່ກໍ່ໄດ້ເພື່ອໃຫ້ຈິດໃຈເປັນສະມາທິ, ຫລືນັ່ງ ເພື່ອດູຈິດດູຈິດໃຈຕົວເອງ, ທົບທວນສິ່ງຕ່າງໆທີ່ໄດ້ກະ
ທຳມາໃນວັນນີ້ແລະເບີ່ງຢ້ອນກັບໄປໃນອະດິດແລ້ວປັ້ນແຕ່ງອະ
ນາຄົດໃຫ້ດີຂື້ນກ່ວາເດີມ ).ຯຯຯ

       ຂໍໃຫ້ທຸກໆທ່ານຈະເລີນໃນທໍາ. ສາທຸ…ສາທຸ!!
                                ຈົບບໍລິບູນ.

No comments:

Post a Comment