Sunday, August 19, 2012

ຄຳຄົມ

  • ການ​ພິຈາລະ​ນາ​ເບິ່ງຄົນ​ດ້ວຍ​ໃຈ ຈະ​ພິຈາລະນາ​ໄດ້​ແມ່ນ​ຍຳ​ກ່ວາ​ການ​ໃຊ້​ຕາ​ຫລາຍ​ເທົ່າ.
  •  ການ​ຄິດ​ແລະ​ການ​ກະທຳ​ໃນ​ຕອນ​ນີ້ ​ເປັນ​ຕົວ​ກຳຫນົດ​ຜົນ​ໃນ​ອະນາຄົດ.
  •  ຄອ້ງ, ກອງ​ຈະ​ດັງ​ເມື່ອ​ຖືກ​ຕີ ຄົນ​ຈະ​ດີ​ເມື່ອ​ຖືກ​ຄົນ​ອື່ນ​ເຕືອນ
  • ກ້າວ​ທຳ​ອິດ​ທີ່​ພາດ​ພັ້ງຄື​ກາວ​ຫລັງ​ທີ່​ຫມັ້ນ​ໃຈ ກ້າວຫນຶ່ງທີ່​ພາດ​ໄປ ຄື​ກ້າວ​ໃຫມ່​ທີ່​ຫມັ້ນຄົງ.
  •  ຄົນ​ເຮົາ​ມີ​ເວລາ​ໂງ່​ດ້ວຍ​ກັນ​ຫມົດ​ທຸກ​ຄົນ ​ແຕ່​ບໍ່ມີ​ໃຜ​ໂງ່​ຕະຫລອດ​ການ ​ເພາະ​ບົດຮຽນຈະ​ສອນຄວາມ​ຄິດ​ໃຫ້​ເຮົາ​ໃຫຍ່​ຂຶ້ນ, ​ເຂົ້າ​ໃຈ​ໂລກ​ຫລາຍ​ຂຶ້ນ ​ແລະ​ຮູ້ຈັກ​ເປົ້າຫມາຍ​ຫລາຍ​ຂຶ້ນ.
  • ຄວາມ​ອົດທົນ​ເປັນ​ສິ່ງທີ່​ຂົມ​ຂື່ນ, ​ແຕ່​ຜົນ​ຂອງ​ມັນ​ຫວານ​ຊື່ນ​ສະ​ເຫມີ.
  • ຄົນ​ທີ່​ອ່ອນ​ແອ​ຍ່ອມພ່າຍ​ແພ້​ທຸກ​ຢ່າງ ​ແມ່ນ​ແຕ່​ໃຈ​ຕົວ​ເອງ.
  • ຄົນສະຫລາດ​ຖ້າ​ຂາດ​ສິນ​ທຳຄວາມ​ດີ ກໍ່​ເປັນ​ຄົນ​ອັບປີ​ຂອງ​ສັງຄົມ.
  •  ຄຳ​ເວົ້ານັ້ນສຳຄັນ ​ແຕ່​ການ​ກະທຳ​ສຳຄັນ​ຍິ່ງ​ກ່ວາ ​ເພາະຄົນ​ຈະ​ສົງ​ໄສ​ໃນ​ສິ່ງທີ່​ທ່ານ​ເວົ້າ ​ແຕ່​ເຂົາ​ຈະ​ເຊື່ອ​ໃນ​ສິ່ງ​ທີ່​ທ່ານ​​ເຮັດ.
  • ຄວາມ​ຂັດ​ແຍ້​ງ​ເຮັດ​ໃຫ້​ມີ​ແຮງ​ສູ້ ແຕ່ການ​ມີ​ສັດຕູ​ກໍ່ເຮັດ​ໃຫ້​ຊີວິດ​ມີ​ຄວາມ​ຕື່ນ​ຕົວ.
  •  ຄົນ​ເຮົາ​ຈະ​ເປັນ​ແບບ​ໃດ​ຢູ່​ທີ່​​ໃຈ​ແລະມັນສະຫມອງ ສອງ​ມື​ຈະ​ສ້າງສັນ​ເອົາ​ເອງ ບໍ່​ໄດ້​ຢູ່​ທີ່​ເທວະ​ດາ ຟ້າ​ແຖນ​ໃດໆ ​ເຮົາ​ເປັນ​ທີ່​ເພິ່ງຂອງ​ເຮົາ​ເອງ.
  •  ຄວາມ​ສຳ​ເລັດ​ຂອງ​ຄົນ​ບໍ່​ແມ່ນ​ຢູ່​ທີ່​ຕົນ​ມີ​ປະລິນຍາ ​ແຕ່​ຢູ່​ທີ່​ຄວາມ​ຫມຸ່ງ​ຫມັ້ນທີ່​ຈະ​ເດີນທາງ​ຕາມ​ຫາ​ຄວາມ​ສຳ​ເລັດ​ນັ້ນ.
  • ຄວາມ​ປ່ຽນ​ແປງ​ຄື​ສັດຈະທຳ​ຂອງ​ໂລກ ​ແລະຄວາມທຸກກໍ່​ເປັນ​ສິ່ງ​ທີ່​ທຸກ​ຄົນ​ຫນີບໍ່ພົ້ນ​ ​ເພາະ​ມັນ​ເປັນ​ສິ່ງ​ທີ່​ທຳ​ມະ​ຊາດ​ສົ່ງ​ມາ​ທົດ​ສອບ​ຄົນ​ເຮົາ​ຢູ່​ສະ​ເຫມີ.
  •  ຄົນ​ຈົນ​ລໍ່າລວຍ​ເພາະ​ມີ​ວິຊາ ​ເສດຖີ​ສູງ​ສົ່ງ​ເພາະ​ມີ​ປັນ​ຍາ​ແລະຄວາມ​ຮູ້.
  • ຄົນ​ສະຫລາດ​ ຈະ​ບໍ່ນັ່ງ​ຄໍ່າຄວນ​ເຖິງ​ຄວາມ​ສູນ​ເສຍ ​ແຕ່​ຈະ​ສະແຫວງ​ຫາ​ຫົນທາງ​ແກ້​ໄຂ​ສິ່ງ​ນັ້ນ ດ້ວຍ​ຈິດ​ໃຈ​ລ່າ​ເລີງ​ແຈ່ມ​ໃສ.
  •  ຄົນ​ເຮົາ​ຈະ​ຍິ່ງ​ໃຫຍ່​ຢູ່​ໃນ​ໂລກ​ນີ້​ໄດ້​ ຕ້ອງ​ຮູ້ຈັກ​ການ​ປັບ​ຕົວ​ເຂົ້າກັບ​ສິ່ງ​ອື່ນ​ເຊັ່ນ: ທຳ​ມະ​ຊາດ ສິ່ງແວດລ້ອມ ແລະສັງຄົມ.
  • ຄວາມ​ກະຕັນຍູ​ເປັນ​ເຄື່ອງຫມາຍ​ຂອງ​ຄົນ​ດີ ຄົນ​ລາວ​ບູຮານ​ເຊື່ອ​ວ່າ​ເຂົ້າ​ເມັດ​ຫນຶ່ງນັ້ນມີຄ່າ ປາ​ໂຕ​ຫນຶ່ງນັ້ນກໍ່ມີ​ຄຸນ ນ້ຳດື່ມ​ຈອກ​ຫນຶ່ງກໍ່ມີ​ຄວາມ​ຫມາຍ​ຕໍ່ຊີວິດ ​ເຮົາ​ຕ້ອງ​ຄິດ​ແທນ​ຄຸນ.
  • ຄວາມ​ສຳ​ເລັດ​ເກີດ​ຈາກ​ຄວາມ​ສະຫລາດ 1% ບວກ​ກັບ​ຄວາມພຽນອີກ 99%
  •  ຄົນ​ສະຫລາດ​ກໍ່ຄື​ຄົນ​ໂງ່​ທີ່​ຮູ້ຈັກ​ປັບປຸງ ແລະພັດທະນາ​ຕົນ​ເອງ.
  • ຄວາມ​ຮັກ​ແລະ​ຄວາມ​ເຂົ້າ​ໃຈ​ກັນ​ ເປັນຄວາມ​ສຸກ​ຢ່າງ​ຍິ່ງຂອງ​ຄົນ​ທີ່​ມີ​ພູມ​ປັນຍາ.
  • ຄຳ​ເວົ້າດ້ວຍ​ຄວາມ​​ໂມ​ໂຫພຽງຄັ້ງດຽວ ອາດ​ຈະ​ຢູ່​ໃນ​ໃຈ​ຂອງ​ຄົນ​ອື່ນ​ຕະຫລອດ​ຊີວິດ ຢູ່​ຮ່ວມ​ມິດ​ໃຫ້​ລະວັງ​ວາຈາ.
  •  ສະຕິປຽບ​ເຫມືອນ​ແມ່​ເອົາ​ໄວ້​ແກ້​ບັນຫາ ສະຕິ​ມາ​ຫມາ​ບໍ່ກັດ​ແຕ່​ຖ້າ​ສະຕິ​ຖືກ​ຕັດ​ມັກ​ຈະ​ກັດ​ກັບ​ຫມາ.
  •  ສິ່ງ​ທີ່​ລ້ຳຄ່າ​ທີ່​ສຸດ​ຂອງ​ຄົນ​ເຮົາ​ຄື​ຊີວິດ ​ແລະ​ສິ່ງ​ທີ່​ສວຍ​ງາມ​ທີ່​ສຸດ​ຂອງ​ຄົນ​ເຮົາ​ນັ້ນກໍ່ຄື​ຄຸນງາມຄວາມດີ​ທີ່​ເຮົາ​ສ້າງ​ຂຶ້ນ.
  • ຍິ້ມ​ວັນ​ລະ​ຫນ້ອຍ​ ຊີວິດ​ຂອ້ຍຈະ​ໄດ້​ສົດ​ໄສ ຍິ້ມ​ໄວ້​ໃຈ​ຈະສົດ​ຊື່ນ​ອາຍຸ​ຍືນ​ໄຮ້​ໂລຄາ ຜິວພັນ​ງາມ​ໂສພາ​ເປັນ​ສະ​ເຫນ່​ແກ່​ຕົວ​ເອງ.
  •  ຍິນ​ດີ​ໃນ​ສິ່ງ​ທີ່​ຕົນ​ໄດ້​ພໍ​ໃຈ​ໃນ​ສິ່ງ​ທີ່​ຕົນ​ມີ ຍາກຈົນ​ກໍ່​ເຫ​ມືນ​ຄົນ​ຮັ່ງມີ ​ເມື່ອ​ບໍ່ມີ​ສິ່ງ​ທີ່​ທ່ານ​ມັກ ກໍ່ຈົ່ງ​ມັກ​ສິ່ງ​ທີ່​ທ່ານມີ.
  • ບໍ່ຍິນ​ດີ​ໃນ​ສິ່ງ​ທີ່​ຕົນ​ໄດ້ ບໍ່ພໍ​ໃຈ​ໃນ​ສິ່ງ​ທີ່​ຕົນ​ມີ ​ເປັນ​ເສດຖີ​ກໍ່​ເຫມືອນ​ຄົນ​ຈົນ ຈົນ​ເພາະ​ມີ​ບໍ່ພໍ ບໍ່​ແມ່ນ​ເພາະ​ບໍ່ມີ.
  •  ດື່ມ​ເຫລົ້າ​ເພື່ອ​ເຂົ້າສັງຄົມ​ເປັນ​ຄ່າ​ນິຍົມ​ທີ່​ຜິດ ຜິດ​ສິນ​ຜິດ​ທຳ​ແລະ​ຈະ​ນຳ​ໄປ​ສູ່​ຄວາມ​ພິນາດທັງ​ທຳລາຍ​ຕົວ​ເອງ​ແລະ​ຜູ້​ອື່ນ.
  •  ທຳ​ມະ​ຊາດ​ສ້າງ​ມະນຸດ​ໃຫ້​ມີ​ສອງຫູ​ສອງ​ມື ​ແຕ່​ມີ​ປາກດຽວ ສະນັ້ນມະນຸດ​ ຄວນ​ຟັງ​ແລະ​ກະທຳ​ຫລາຍ​ກ່ວາ​ເວົ້າ.
  • ​ເປົ້າຫມາຍ​ການ​ສຶກສາ​ຄື​ສຶກສາ​ເພື່ອ​ຊີວິດ ​ເປົ້າຫມາຍ​ຂອງ​ຊີວິດ​ຄື​ດຳລົງ​ຕົນ​ເປັນ​ຜູ້​ມີ​ສະຕິ ມີ​ຄຸນ​ນະ​ທຳ​ ແລະ​ກ້າຫານ.
  •  ​ເຮົາ​ຄວນ​ເບິ່ງ​ໂລກ​ໃນ​ແງ່​ດີ ມີ​ເມດ​ຕາ ບໍ່ລິດສະຫຍາ​ໃຜ​ ແລະ​ຕ້ອງ​ໃຫ້​ອະ​ໄພ​ເຊິ່ງ​ກັນ​ແລະ​ກັນ ຈຶ່ງ​ຈະ​ຢູ່​ນຳ​ກັນ​ຢ່າງ​ສັນຕິ​ໄດ.
  • ມັກ​ກ່າວ​ກັນ​ວ່າການ​ເວລາ​ປ່ຽນ​ແປງ​ທຸກ​ສິ່ງ ​ແຕ່​ຈິງໆ​ແລ້ວ​ເຮົາ​ຕ້ອງ​ປ່ຽນ​ແປງ​ທຸກ​ສິ່ງ​ດ້ວຍ​ຕົວ​ເຮົາ​ເອງຕ່າງຫາກ.
  •  ຢາກ​ໃຫ້​ຄົນ​ອື່ນ​ປະຕິບັດ​ຕໍ່​ເຮົາ​ເຊັ່ນ​ໃດ ​ເຮົາ​ກໍ່ຄວນ​ປະຕິບັດ​ຕໍ່ຄົນ​ອື່ນ​ເຊັ່ນນັ້ນ ນີ້​ຄື​ກົດ​ເກນ ​ແລະ​ເຫດຜົນ.
  •  ຫນ້າ​ນອກ​ບອກ​ຄວາມ​ງາມ ຫນ້າ​ໃນ​ບອກ​ຄວາມ​ດີ ຫນ້າ​ທີ່​ບອກ​ເຖິງ​ຄວາມ​ສາມາດ.
  •  ໄຮ້ວາດສະຫນາຢ່າຂໍພອນ ຄວາມລໍ່າລວຍຫາກຂໍກັນໄດ້ໃນ ໂລກນີ້ຄົງບໍ່ມີຄົນຈົນ.
  •  ອະດດບໍ່ຂະຫຍັນ ປັດຈຸບັນບໍ່ຂົນຂວາຍ ອະນາຄົດບໍ່ຕ້ອງທຳນາຍ ໂຊກຮ້າຍແນ່ນອນ.
  • ຫຍາ​ດ​ເຫື່ອ​ຂອງ​ພໍ່​ແມ່​ຄື​ກະ​ແສ​ແຫ່ງ​ຄວາມ​ຫວັງ ຄວາມ​ສຳ​ເລັດ​ຂອງ​ລູກ​ຄື​ຄວາມສຸກ​ຂອງ​ພໍ່​ແມ່.
  •  ລາງວັນຊີວິດ ຍ່ອມມາຕາມຫລັງຄວາມລຳບາກສະເຫມີ.
  • ແສງສະຫວ່າງຮຸ່ງແຈ້ງພົ້ນພຸ່ງໃນນະພາ ຍັງບໍ່ທໍ່ປັນຍາຂອງ ຄົນຜູ້ສະຫລາດ.
  •  ພໍ່​ແມ່​ຄື​ໃຜ? ພໍ່ແມ່ຄື: ແສງ​ທອງ​ສ່ອງ​ທາງ​ຊີວິດ ຊ່ວຍ​ຊີ້​ທິດ​ຊ່ວຍ​ນຳ​ທາງ​ຊ່ວຍສ້າງສັນ ​ໃຫ້​ຄວາມ​ຮັກ​ໃຫ້​ຄວາມ​ຮູ້​ຊູ​ຊີວັນ ລູກ​ຈົ່ງ​ຫມັ້ນກະຕັນຍູ​ຮູ້​ແທນ​ຄຸນ​ເດີ!!! ສາທຸ…ສາທຸ.
  •  

No comments:

Post a Comment