Sunday, August 19, 2012

ບຸນຄຸນຂອງພໍ່ແມ່

   ພຣະພຸດທະເຈົ້າໄດ້ອຸປະມາໄວ້ວ່າ ຖ້າລູກຈະເອົາບິດາມານດາ
ຂອງຕົນຍົກໄວ້ເທິງບ່າທັງສອງຂອງຕົນ ປ້ອນເຂົ້າປ້ອນນ້ຳ ແລະ
ໃຫ້ທ່ານຖ່າຍຫນັກຖ່າຍເບົາພ້ອມ ເຖິງແມ່ນວ່າລູກນັ້ນຈະມີອາຍຸ
ຮອດຮ້ອຍປີ ແລະປະຕິບັດທ່ານໄປຕະຫລອດຊີວິດກໍ່ຍັງນັບວ່າ ຕອບແທນບຸນຄຸນຂອງທ່ານບໍ່ຫມົດ. ພໍ່ແມ່ນັ້ນເປັນຜູ້ມີພຣະຄຸນອັນ
ຍິ່ງໃຫຍ່ຂອງລູກ ເຊັ່ນ: ເປັນຕົ້ນສະບັບທາງກາຍ ແມ່ແບບນັ້ນມີ
ຄວາມສຳຄັນໃນການເຮັດໃຫ້ສິ່ງຂອງທັງຫລາຍໃນໂລກນີ້ມີຄຸນຄ່າ
ເພີ່ມຂື້ນ ຕົວຢ່າງເຊັ່ນ: ກ້ອນດິນຫນຽວທຳມະດາຖ້າຫາກນຳມາໃສ່
ແມ່ແບບແມ່ພີມ ແລ້ວພີມຫໍ່ເປັນຕຸກກະຕາກໍ່ຈະເຮັດໃຫ້ດິນກ້ອນນັ້ນ
ມີຄ່າຂື້ນມາ ເປັນເຄື່ອງເອ້ປະດັບປະດາບ້ານເຮືອນໄດ້. ໃນທຳນອງ
ດຽວກັນການເກີດຂອງສັດໂລກເຊັ່ນ: ຊ້າງ ມ້າ ງົວ ຄວາຍ… ເຖີງ
ຈະມີປັນຍາຕິດຕົວມານຳຫລາຍປານໃດກໍ່ຕາມ ກໍ່ບໍ່ສາມາດສ້າງ
ຄວາມດີໄດ້ເຕັມທີ່, ໂຊກດີທີ່ເຮົາໄດ້ແມ່ແບບເກີດມາເປັນຄົນ ເຊີ່ງ
ເປັນໂຄງຮ່າງທີ່ປະເສີດກ່ວາສັດທັງຫລາຍໃນໂລກນີ້ ເຫມາະໃນ
ການເຮັດຄວາມດີທຸກປະການ ເຮົາຈື່ງສາມາດໃຊ້ຄວາມຮູ້ຄວາມສາ
ມາດ ປະກອບຄຸນຄວາມດີໄດ້ເຕັມທີ່. ພຣະຄຸນຂອງພໍ່ແມ່ໃນການ
ເປັນຕົ້ນແບບທາງກາຍໃຫ້ເຮົາ ກໍ່ນັບວ່າມີຫລາຍເຫລືອລົ້ນແລ້ວ ຍີ່ງ
ທ່ານອົບຮົມລ້ຽງດູເຮົາມາ ໃຫ້ຄວາມອຸປະກາລະລ້ຽງດູເຮົາມາ ຖະນຸ
ຖະຫນອມອົບຮົມສັ່ງສອນ ປູກຝັງກິລິຍາມາລະຍາດ ການສຶກສາ
ຮໍ່າຮຽນ, ຊາດຕະກຸນ ແລະເປັນແມ່ແບບທາງໃຈໃຫ້ນຳອີກ ກໍ່ຍີ່ງມີ
ພຣະຄຸນມະຫາສານຫລາຍຂື້ນອີກ.
   ເມື່ອພໍ່ແມ່ມີບຸນຄຸນຕໍ່ເຮົາຫລາຍປານນີ້ ລູກທຸກຄົນຈື່ງຄວນມີ
ຄຸນນະທຳຕໍ່ທ່ານ, ຄຸນນະທຳຂອງລູກ ເລີ່ມຈາກການຮູ້ຈັກບຸນຄຸນ
ຂອງພໍ່ແມ່ ຄື: ຮູ່ວ່າທ່ານດີຕໍ່ເຮົາຢ່າງໃດ, ສູງຂື້ນໄປອີກ ຄື: ຮູ້ຈັກ
ຕອບແທນບຸນຄຸນທ່ານ. ການທົດແທນບຸນຄຸນພໍ່ແມ່ນັ້ນ ເຮົາຕ້ອງ
ເຮັດຄື: ປະກາດຄຸນທ່ານ ແລະຕອບແທນຄຸນທ່ານ.
   ການປະກາດຄຸນທ່ານຫມາຍເຖີງ ການເຮັດໃຫ້ຄົນອື່ນຮູ້ວ່າ ພໍ່
ແມ່ມີຄຸນຕໍ່ເຮົາຢ່າງໃດແດ່, ຫນ້ອຍຫລາຍປານໃດ? ການປະກາດ
ຄຸນພໍ່ແມ່ນັ້ນ ຄື: ປະກາດທີ່ຕົວເຮົາເອງ ເພາະຄົນເຮົາທຸກຄົນແມ່ນ
ຕົວແທນຂອງພໍ່ແລະແມ່ຕົນທັງນັ້ນ ສັງເກດໄດ້ຈາກຮູບຮ່າງຫນ້າຕາ 
ວ່າຈະຄ້າຍຄືກັບພໍ່ແມ່ ຍີ່ງໄປກ່ວານັ້ນເລືອດກໍ່ແບ່ງມາຈາກທ່ານຊີ້ນ
ຫນັງກໍ່ແບ່ງມາຈາກທ່ານ, ຕະຫລອດຈົນຮອດນິດໄສໃຈຄໍ ແລະກິລິ
ຍາມາລະຍາດ ກໍ່ໄດ້ຮັບການອົບຮົມສັ່ງສອນມາຈາກທ່ານ, ດັ່ງນັ້ນ
ຄວາມປະພຶດຂອງເຮົານີ້ແລະ ຈະເປັນເຄື່ອງປະກາດຄຸນຂອງພໍ່ແມ່
ຢ່າງຈະແຈ້ງທີ່ສຸດ. ພໍ່ແມ່ໃຜ ໃຜກໍ່ຮັກ, ເມື່ອຮັກທ່ານກໍ່ຕ້ອງປະ
ກາດຄຸນຄວາມດີຂອງທ່ານ ປະກາດດ້ວຍຄວາມດີຂອງຕົວເຮົາເອງ
ຕັ້ງແຕ່ດຽວນີ້, ຍີ່ງທ່ານຍັງມີຊີວິດຢູ່ການປະກາດຄຸນຂອງເຮົາ ຈະ
ເຮັດໃຫ້ທ່ານມີຄວາມສຸກໃຈຢ່າງຍີ່ງ. ບໍ່ວ່າເຮົາຈະຕັ້ງໃຈຫລືບໍ່ຕັ້ງໃຈ 
ປະກາດຄຸນທ່ານກໍ່ຕາມ ຄວາມປະພຶດຂອງເຮົາກໍ່ເປັນສີ່ງປະກາດ
ຄຸນທ່ານ ຫລືປະຈານຄຸນທ່ານຢູ່ຕະຫລອດເວລາ ຄຶດເອົາເອງກໍ່
ແລ້ວກັນວ່າ ເຮົາຈະປະກາດຄຸນຂອງພໍ່ແມ່ເຮົາດ້ວຍກຽດຕິຍົດຊື່ສຽງ 
ຄວາມດີຕ່າງໆ ຫລືຈະໃຈດຳ ປະຈານຜູ້ໃຫ້ກຳເນີດດ້ວຍການທຳຕົວ   
ເປັນອັນທະພານ ໂລເລແລະປະພຶດຕົວຕໍ່າຊ້າ. ສ່ວນການຕອບ
ແທນບຸນຄຸນທ່ານນັ້ນແບ່ງອອກເປັນສອງໄລຍະຄື: ເມື່ອທ່ານຍັງມີຊີ
ວິດຢູ່, ກໍ່ຊ່ວຍເຫລືອກິດຈະການວຽກງານຂອງທ່ານ ທ່ານລ້ຽງເຮົາ
ມາແລ້ວຄວນລ້ຽງທ່ານຕອບ ຍາມເມື່ອທ່ານເຖົ້າແກ່ຊະລາລົງ, ເບີ່ງ
ແຍງປະຕິບັດການຢູ່ກິນຂອງທ່ານ ໃຫ້ສະດວກສະບາຍ ແລະເອົາ
ໃຈໃສ່ຊ່ວຍເຫລືອເມື່ອທ່ານເກີດເຈັບປ່ວຍ. ເມື່ອທ່ານລ່ວງລັບໄປ
ແລ້ວຈາກໂລກນີ້ ກໍ່ຈັດພິທີງານສົບໃຫ້ທ່ານ ແລະທຳບຸນອຸທິດສ່ວນ
ກຸສົນໃຫ້ທ່ານຢ່າງສະຫມໍ່າສະເຫມີ.
   ເຖີງແມ່ນວ່າເຮົາຈະຕອບແທນບຸນຄຸນຂອງທ່ານໄດ້ເຖີງພຽງນີ້
ແລ້ວກໍ່ຕາມ ກໍ່ຍັງຖືວ່າຫນ້ອຍຢູ່ ເມື່ອທຽບກັບພຣະຄຸນອັນຍີ່ງໃຫຍ່
ທີ່ທ່ານມີຕໍ່ເຮົາ. ຜູ້ທີ່ມີຄວາມກະຕັນຍູກະຕະເວທີ ຈະຕອບບຸນແທນ
ຄຸນພໍ່ແມ່ໃຫ້ໄດ້ທັງຫມົດນັ້ນຄວນກະທຳດັ່ງນີ້ຄື:
1.  ຖ້າທ່ານຍັງບໍ່ມີສັດທາໃນພຣະພຸດທະສາດສະຫນາ ກໍ່ພະຍາຍາມຊັກນຳໃຫ້ທ່ານຕັ້ງຢູ່ໃນສັດທາໃຫ້ໄດ້.
2.  ຖ້າທ່ານຍັງບໍ່ເຖິງພ້ອມດ້ວຍການໃຫ້ທານ ກໍ່ພະຍາຍາມຊັກ
ນຳ ໃຫ້ທ່ານຍິນດີໃນການບໍລິຈາກທານໃຫ້ໄດ້.
3.  ຖ້າທ່ານຍັງບໍ່ມີສິນ ກໍ່ພະຍາຍາມຊັກນຳໃຫ້ທ່ານ ຮັກສາສິນ
ໃຫ້ໄດ້.
4.  ຖ້າທ່ານຍັງບໍ່ເຮັດສະມາທິພາວະນາ ກໍ່ພະຍາຍາມຊັກນຳ
ໃຫ້ທ່ານ ເຮັດສະມາທິພາວະນາໃຫ້ໄດ້.
·        ເພາະວ່າການຕັ້ງຢູ່ໃນສັດທາ ການໃຫ້ທານ ຮັກສາສິນ ແລະ
ການຝຶກສະມາທິພາວະນາ ລ້ວນເປັນປະໂຫຍດໂດຍຕົງ, ແລະເປັນ 
ປະໂຫຍດອັນຍີ່ງໃຫຍ່ ແກ່ຕົວບິດາມານດາຜູ້ປະພຶດປະຕິບັດເອງ 
ທັງໃນຊາດນີ້ແລະຊາດຫນ້າ ແລະເປັນປະໂຫຍດຢ່າງຍີ່ງຄື: 
ເປັນຫົນທາາງໄປສູ່ພຣະນິບພານ.

No comments:

Post a Comment