Sunday, August 19, 2012

ຄົນໆ…ກຳໆ

   ຄົນໆ…ຄົນນັ້ນມີຫລາຍຢ່າງເຊັ່ນ: ຄົນລວຍ, ຄົນຈົນ, ຄົນງາມ, ຄົນຂີ້ຮ້າຍ, 
ຄົນຕຸ້ຍ, ຄົນຈ່ອຍ. ຄົນດີ, ຄົນຊົ່ວ ອັນນີ້ກໍ່ແມ່ນຄົນເດີ! ນອກຈາກນັ້ນກໍ່ຍັງມີຄົນ
ຫູຫນວກ, ຕາບອດ, ຂາກຸດ, ແຂນຂາດ, ອັນນີ້ເພີ່ນກໍ່ເອີ້ນວ່າຄົນພິການ…ແມ່ນບໍ? ທ່ານຜູ້ອ່ານທີ່ຫນ້າຮັກທັງຫລາຍ. ສາເຫດທີ່ເຮັດໃຫ້ເຮົາເກີດມາຕ່າງກັນນັ້ນ
ກໍ່ຄືກຳຂອງເຮົາເອງ ກໍາກໍ່ຄືການກະທໍາ, ເຮົາທຸກຄົນມີກໍາເປັນຂອງໆຕົນ ເຮົາ
ທໍາກໍາອັນໃດໄວ້ເຮົາກໍ່ຈະໄດ້ຮັບຜົນຂອງກໍານັ້ນ, ເຮົາທຸກຄົນມີ
ກໍາເປັນແດນເກີດ, ມີກໍາເປັນເຜົ່າພັນ ແລະມີກໍາເປັນທີ່ເພິ່ງອາໄສ. ກໍານັ້ນຈຳແນກໃຫ້ສັດໂລກເປັນໄປຕ່າງກັນເຊັ່ນ: ຄົນລວຍ, ຄົນຈົນ, 
ຄົນຫູຫນວກ, ຕາບອດ ຄົນງາມ, ຂີຮ້າຍ ແລະພິການ. ໃນທາງພຸດ
ທະສາດສະຫນາກ່າວໄວ້ວ່າ: ຢາກລວຍຕ້ອງໃຫ້ທານ, ຢາກງາມ
ຕ້ອງຮັກສາສິນ ແລະຖ້າຢາກຢູ່ດີກິນດີກໍ່ຕອ້ງມີຫົວໃຈເສດຖີຄື: ຂະ
ຫຍັນຫາ, ຮັກສາດີ, ມີກັນລະຍານະມິດ ແລະລ້ຽງຊີວິດຊອບ.
   ດັ່ງນັ້ນຄົນທີ່ເກີດມາຈົນນັ້ນກໍ່ຄືຄົນທີ່ບໍ່ໄດ້ໃຫ້ທານມາຫລາຍອາດ
ຈະເຮັດເປັນບາງໂອກາດ, ສ່ວນຄົນທີ່ເກີດມາລວຍນັ້ນກໍ່ຄືຄົນທີ່ໃຫ້
ທານຫລາຍ, ມີຈິດໃຈເອື້ອເຟື້ອເຜື່ອແຜ່,​ ມີເມດຕາກາລຸນາແລະຮັກ
ສາສິນມາຫລາຍ. ແຕ່ວ່າເມື່ອເຮົາເກີດມາແລ້ວ, ທຸກຄົນກໍ່ມີສິດ
ເລືອກວ່າຈະເຮັດແນວໃດ, ຈະດໍາເນີນຊີວິດຢ່າງໃດ? ໃຫ້ເປັນໄປ
ໃນທາງທີ່ດີຫລືຊົ່ວ ສິ່ງເຫລົ່ານີ້ເຮົາເປັນຜູ້ເລືອກເອງ. ຄົນທີ່ເກີດມາ
ລວຍນັ້ນຖືວ່າໂຊກດີມີທຸກຢ່າງ, ແຕ່ຖ້າມົວແຕ່ສະເຫວີຍຜົນບຸນເກົ່າ
ຢູ່ ໂດຍບໍ່ໄດ້ຂົນຂວາຍເພີ່ມເຕີມ. ແລະໃຫ້ທານຮັກສາສິນທຳ
ຄວາມດີຕ່າງໆບໍ່ນານສົມບັດຕ່າງໆຂອງເຂົາ ກໍ່ຈະສູນສິ້ນໄປເປັນທຳມະດາ, 
ກາຍເປັນຄົນຈົນໄປ. ສ່ວນຄົນທີ່ເກີດມາຈົນນັ້ນຍ້ອນຜົນກໍາ
ທີ່ບໍ່ໄດ້ໃຫ້ທານໃນຊາດກ່ອນ, ຖືວ່າລຳບາກຫນ້ອຍຫນື່ງ, ແຕ່ເມື່ອ
ເກີດມາແລ້ວຮູ້ຈັກຂົນຂວາຍຊອກຫາ ແລະໃຫ້ທານຕາມສົມຄວນ, ກໍ່ຍ່ອມຈະປະສົບແຕ່ຄວາມຈະເລີນຮຸ່ງເຮືອງ. ແລະໃນຊາດຫນ້າກໍ່
ຈະເກີດມາມີພ້ອມທຸກຢ່າງ, ຫາກວ່າທານບາລະມີຂອງທ່ານເຕັມ
ປ່ຽມພໍ.
    
   ຄົນເຮົານັ້ນມີກໍາເປັນຂອງໆຕົນເຮົາທໍາກໍາອັນໃດໄວ້ເປັນບຸນ
ຫລືເປັນບາບ, ເຮົາຈະຕ້ອງໄດ້ຮັບຜົນຂອງກຳນັ້ນ. ຈະຂໍອະທິບາຍ
ປຽບທຽບໃຫ້ທ່ານທັງຫລາຍຮູ້ດັ່ງນີ້:
    
   ຄົນເຮົານັ້ນມີຮ່າງກາຍແລະຈິດໃຈ, ຮ່າງກາຍນັ້ນປຽບເຫມືອນ ເຮືອນແລະຈິດໃຈນັ້ນປຽບເຫມືອນເຈົ້າຈອງເຮືອນ, ໃນເຮືອນນັ້ນ
ກໍ່ຈະມີເຂົ້າຂອງເງິນທອງ, ຊັບສົມບັດຕ່າງໆ ເຫມືອນກັບບຸນແລະ
ບາບຂອງຄົນນັ້ນ. ເມື່ອເຮືອນຫລັງນັ້ນຖືກໄຟໄຫມ້ ເຈົ້າຂອງເຮືອນ
ນັ້ນກໍ່ຈະຫອບເອົາສົມບັດທີ່ມີຢູ່ແລະໄປເຮັດໄປຫາທີ່ຢູ່ໃຫມ່, ຕາມກຳ
ລັງຊັບສົມບັດທີ່ຕົນມີຢູ່, ຖ້າມີສົມບັດຫລາຍກໍ່ໄດ້ເຮືອນງາມ ແຕ້ຖ້າ
ມີຫນ້ອຍກໍ່ຍ່ອມໄດ້ເຮືອນນ້ອຍກາຍເປັນຍາກຈົນ. ຄົນເຮົາກໍ່ເຫມືອນ
ກັນຊ່ວງທີ່ມີຊີວິດຢູ່ນີ້ເຮົາໄດ້ທຳກຳຕ່າງໆໄວ້ (ສົມບັດຂອງເຮົາ) ທັງດີແລະບໍ່ດີປະປົນກັນໄປ, ຫລາຍແດ່ຫນ້ອຍແດ່. ເມື່ອຕາຍໄປແລ້ວ
(ຮ່າງກາຍຖືກເຜົາ) ເຈົ້າຈອງຮ່າງກາຍກໍ່ຄືຈິດໃຈ ຈະໄປຫາທີ່ຢູ່ໃຫມ່ 
ຫາເຮືອນໃຫມ່ອາໄສ, ອາດຈະເປັນຮູບຮ່າງຄ້າຍເທວະດາ, ຄົນຫລື
ສັດ, ເຜດກໍ່ແລ້ວແຕ່ກຳລັງບຸນແລະບາບທີ່ມີຢູ່ ກຳດີກໍ່ໄປສະຫວັນ
ກຳຊົ່ວກໍ່ໄປນະລົກ. ຕອນນີ້, ວັນນີ້ຍັງບໍ່ສາຍເກີນໄປທີ່ຈະຕັດສິນ
ໃຈວ່າຈະເລືອກທາງເສັ້ນໃດ? ລະຫວ່ງດີແລະບໍ່ດີ, ຄວາມຕາຍນັ້ນ 
ເປັນສິ່ງທີ່ບໍ່ທ່ຽງ ຈະມາເຖີງເຮົາເມື່ອໃດ, ເວລາໃດ, ມື້ນີ້ ຫລືມື້ອື່ນ
ບໍ່ມີໃຜຮູ້ໄດ້. ສະນັ້ນຂໍໃຫ້ເຮົາທຸກຄົນຢ່າປະຫມາດ ເພາະຄວາມປະ
ຫມາດເປັນຫົນທາງສູ່ຄວາມຕາຍ ຈົ່ງໃຫ້ພາກັນທຳແຕ່ຄວາມດີເຊັ່ນ: 
ໃຫ້ທານ, ຮັກສາສິນແລະຈະເລີນເມດຕາພາວະນາ ຫມັ່ນພັດທະນາ
ຈິດໃຈໃຫ້ສົດໃສເບີກບານ. ມີຄວາມຮັກຄວາມເມດຕາຕໍ່ສັບພະສັດ
ທັງຫລາຍ ພຽງເທົ່ານີ້ເຮົາກໍ່ຫມັ້ນໃຈໄດ້ແລ້ວ່າຈະໄປເກີດທີ່ໃດ, ຢູ່
ເຮືອນຫລັງໃດ ໃນເມື່ອເຮົາຍ້າຍຈາກເຮືອນຫລັງນີ້ເພື່ອໄປຫາເຮືອນ
ຫລັງໃຫມ່ຢູ່.

(ການຮັກສາສິນ 5 ໃຫ້ບໍລິບູນ ຈະເຮັດໃຫ້ເຮົາມາເກີດເປັນມະນຸດ ຫລັງຈາກທີ່ຊົດໃຊ້ກຳເກົ່າແລ້ວ).

No comments:

Post a Comment