Sunday, August 19, 2012

ການ​ບວດ



   ການ​ບວດ​ເປັນ​ປະ​ເພນີ​ຂອງ​ລາວ​ເຮົາ​ອີກ​ຢ່າງ​ຫນຶ່ງ ຄື​ຜູ້​ຊາຍ​ທຸກ​ຄົນ​ຄວນ​ໄດ້​ບວດ​ຄົນ​ລາວ​ບູຮານ​ສະ​ໄຫມ​ກ່ອນ​ຖື​ວ່າ ຄົນ​ທີ່​ໄດ້​ຜ່ານ​ການ​ບວດ​ມານັ້ນ​ເປັນ​ຄົນ​ສຸກ ສ່ວນ​ຄົນ​ທີ່​ຍັງ​ບໍ່​ໄດ້​ຜ່ານ​ການ​ບວດ​ນັ້ນຖື​ວ່າ​ເປັນ​ຄົນ​ດິບ. ​ເພາະ​ຜູ້​ທີ່​ໄດ້​ບວດ​ນັ້ນ​ໄດ້​ຜ່ານ​ການ​ສຶກສາ​ອົບຮົມ​ທາງ​ດ້ານ​ສິນ​ທຳ ຄຸນ​ນະ​ທຳ​ມາ​ແລ້ວ​ເປັນ​ຢ່າງ​ດີຖື​ວ່າ​ເປັນຜູ້ຮູ້ຈັກບາບ​ບຸນຄຸນ​ໂທດ, ​ແລະ​ວ່າ​ລອນ​ສອນ​ງ່າຍ.
   
   ຕາມທຳນຽມຂອງ​ຄົນ​ລາວ​ບູຮານ​ນັ້ນ​ເຖິງ​ວ່າ​ລູກ​ໄດ້​ເປັນ​ຂ້າ​ລັດຖະການກໍ່ດີ, ກ່ອນ​ຈະ​ມີ​ຄອບຄົວກໍ່ຕ້ອງ​ລາ​ງານ​ເພື່ອ​ເຂົ້າມາບ​ວດສາກ່ອນ, ບາງທີ​ກໍ່ບວດ​ໃຫ້​ພໍ່​ໃຫ້​ແມ່ຫລືບ​ວດ​ໃຫ້​ຟ້າ​ໃຫ້​ແຖນ ຢ່າງ​ຫນ້ອຍ 7 ວັນຫລື 14 ວັນ, ​ແຕ່​ບາງ​ຄົນ​ແຕ່ງງານ​ແລ້ວ​ຈຶ່ງ​ບວດ​ກໍ່ມີ.
    
   ການ​ບວດ​ຄື​ຫຍັງ? ”ບວດ” ​ແປ​ວ່າ​ໄປ​ໂດຍ​ສິ້ນ​ເຊີງ​ ຫລື​ງົ​ດ​ເວັ້ນ​ໂດຍ​ສິ້ນ​ເຊີງ, ການ​ໄປ​ໂດຍ​ສິ້ນ​ເຊີງ​ຫມາຍ​ເຖິງ​ການ​ໄປ​ຈາກ​ເພດ​ຄາ​ລະວາ​ດ, ສະລະ​ຄວາມ​ມີ​ຊັບ​ສົມບັດ, ສະລະ​ການ​ກິນ​ຢູ່​ຢ່າງ​ຄາ​ລະວາ​ດ ​ແລະ​ສະລະ​ກິລິຍາ​ວາຈາ​ຢ່າງ​ຄາ​ລະວາ​ດ. ການ​ງົດ​ເວັ້ນ​ໂດຍ​ສິ້ນ​ເຊີງ​ນັ້ນຫມາຍ​ເຖິງ​ການ​ງົດ​ເວັ້ນຫມົດ, ​ເວັ້ນຈາກ​ທຸກ​ຢ່າງ​ທີ່​ພຣະພຸດທະ​ເຈົ້າຕັດ​ໃຫ້​ລະ​ເວັ້ນ.
    
 ການ​ບວດ​ນັ້ນມີ​ສອງ​ຢ່າງ​ຄື: ການ​ບວດ​ເປັນ​ສາມະ​ເນນ (ຈົ໋ວ) ​ເອີ້ນ​ວ່າບັນພະຊາ, ການ​ບວດ​ເປັນ​ພຣະພິກສຸນັ້ນ​ເອີ້ນ​ວ່າອຸປະສົມບົດ. ຄົນ​ທີ່​ຈະ​ອຸປະສົມບົດ ​(ບວດ​ພຣະ) ໄດ້​ນັ້ນຕ້ອງ​ມີ​ອາຍຸ​ຄົບ 20 ປີ​ບໍລິບູນ, ບໍ່ມີ​ຄະດີ​ໃດໆຄ້າງ​ຄາ, ບໍ່ມີ​ຫນີ້​ສິນ ​ແລະ​ຕິດ​ຢາ​ເສບ​ຕິດ​ຕ່າງໆ, ​ເພາະຖ້າ​ຫາກ​ເຂົ້າມາບ​ວດອາດ​ຈະ​ກໍ່​ໃຫ້​ເກີດ​ບັນຫາ​ຕາມ​ມາ​ໄດ້. ​ແລະ​ຄົນ​ທີ່​ບໍ່ຄວນ​ໃຫ້​ບວດ​ນັ້ນຄື​ມີ​ອາຍຸ​ບໍ່ຄົບ 20 ​ປີ​ບໍລິບູນ, ມີຄວາມ​ຜິດ​ຕໍ່ອາຍາ​ແຜ່ນດິນ ​ແລະ​ບໍ່​ໄດ້​ຮັບ​ອະນຸຍາດ​ຈາກ​ພໍ່​ແມ່. ຜູ້​ທີ່​ຫ້າມ​​ບວດເດັດຂາດ​ໃນ​ທາງ​ພຸດທະສາດສະຫນາ​ນັ້ນ​ໄດ້​ແກ່​ ຜູ້ທີ່​ມີ​ພະຍາດ​ຕິດຕໍ່​ໄດ້​ງ່າ​ຍ ຄົນ​ທີ່​ມີ​ອະ​ໄວ​ຍະ​ວະ​ພິການ​ໄຮ້​ຄວາມ​ສາມາດ​ເຊັ່ນ: ກະ​ເທີຍ,​ ຄົນ​ຫູຫນວກ​ ແລະ​ຕາບອດ​ເປັນຕົ້ນ.
  
   ແຕ່​ທຸກໆທ່ານ​ກໍ່ສາມາດ​ບວດ​ໃຈ​ໄດ້ ​ເຖິງ​ວ່າ​ຈະ​ບໍ່​ໄດ້​ບວດ​ກາຍ​ເປັນ​ພຣະ, ຫມາຍ​ຄວາມ​ວ່າ​ຍັງ​ຄອງ​ເຮືອນ​ຢູ່​ທີ່​ບ້ານ, ຢູ່​ກັບ​ລູກ​ກັບ​ເມຍ​, ກັບສາມີຢູ່​ກັບ​ພໍ່​ແມ່​ພີ່ນ້ອງ ບໍ່ວ່າ​ຈະ​ເປັນ​ຍິງ​ຫລື​ຊາຍເດັກນ້ອຍ ຫລື​ຜູ້​ໃຫຍ່ກໍ່ສາມາດ​ບວດ​ໃຈ​ໄດ້ ​ໂດຍ​ການ​ສຳລວມ​ກາຍ ວາຈາ ​ແລະ​ໃຈ​ ປະຕິບັດ​ຕາມ​ຄຳ​ສອນ​ຂອງ​ພຣະພຸດທະ​ເຈົ້າ​ເຊັ່ນ: ຮັກສາ​ສິນຫ້າ​ໄດ້​ແກ່:

1.  ​ເວັ້ນຈາກ​ການບຽດບຽນທຳລາຍ​ຊີວິດ.
2.  ເວັ້ນຈາກ​ການລັກ​ຂອງໆຄົນ​ອື່ນ.
3.  ເວັ້ນຈາກ​ການປະພຶດ​ຜິດ​ທາງ​ກາມ.
4.  ເວັ້ນຈາກ​ການ​ເວົ້າຕົວະ​ຫລອກ​ລວງ.
5.  ເວັ້ນຈາກ​ການດື່ມ​ສຸລາ​ຢາ​ເມົາ​ຕ່າງໆ.
·        ງົດ​ເວັ້ນຈາກ​ອະບາຍ​ຍະ​ມຸກ 6 (ຫົນທາງ​ສູ່​ຄວາມ​ຈິບຫາຍ) ​ໄດ້​ແກ່:
1.  ສຸລາ​ຢາ​ເມົາ​ຕ່າງໆ.
2.  ທ່ຽວກາງຄືນ.
3.  ທ່ຽວ​ເບີ່​ງການ​ຫລີ້ນ​ຕ່າງໆ.
4.  ຫລີ້ນ​ການ​ພະນັນ.
5.  ຄົບ​ຄົນ​ຊົ່ວ​ເປັນ​ມິດ.
6.  ຂີ້ຄ້ານ​ເຮັດ​ວຽກງານ.
 
ແລ້ວ​ຫັນ​ມາຕັ້ງຈິດຕັ້ງ​ໃຈ​ຝຶກ​ສະມາທິ​ເພື່ອ​ໃຫ້​ຈິດ​ໃຈ​ສະອາດ​, ສະ​ຫ່ວາງ​ແລະ​ສະຫງົບ, ​ແລ້ວຈິດ​ໃຈ​ຈະ​ຜ່ອງ​ໃສ​ເບີກບານ. ກ່ອນ​ນອນ​ກໍ່​ໄຫວ້​ພຣະ​ແລະ​ຕັ້ງຈິດອະ​ໂຫສິກຳ​ຄື: ​ໃຫ້​ອະ​ໄພ​ແກ່​ຄົນ​ທີ່​ເຮັດບໍ່ດີ​ກັບ​ເຮົາ​ໄວ້, ຢ່າງ​ນີ້​ເພີ່ນ​ເອີ້ນ​ວ່າ ”ບວດ​ໃຈ”.

No comments:

Post a Comment