- ຜູ້ເຖົ້າເມົານຳໄຮ່ຫລານບໍ່ຢາກຫົວຊາ
 
- ຜູ້ເຖົ້າເມົານຳນາຫລານບໍ່ຢາກຢຳຢ້ານ
 
- ຜູ້ເຖົ້າຂີ້ຄ້ານຫລານບໍ່ຢາກຢຳແຢງ
 
- ຜູ້ເຖົ້າປາກແດງຫລານບໍ່ຢາກເຂົ້າໃກ້
 
- ຜູ້ເຖົ້າຈິດໃຈຮ້ອນຫລານບໍ່ຢາກເຫັນ
 
- ຜູ້ເຖົ້າຈິດໃຈເຢັນຫລານກໍ່ບໍ່ຢາກພໍ້
 
- ຜູ້ເຖົ້າຂີ້ສໍ້ຫລານບໍ່ຢາກຫລຽວແລ
 
- ຜູ້ເຖົ້າຕໍແຫລຫລານບໍ່ຢາກລົມພໍຄວາມ
 
- ຜູ້ເຖົ້າມັກເຂົ້າສ້ວມຫລານນີ້ກໍ່ຊັງ
 
- ......ເພິ່ນວ່າ ຝຸງຄົນເຖົ້າຖ້າບໍ່ເຮັດຕາມຄອງມັນບໍ່ຄ່ອງ
 
 ເຂົາສິດູຫມິ່ນຫນ້າຈາເວົ້າກ່າວຂວັນ ເຂົາສິພາກັນທ້ວງຕິຕຽນທັງໂລກ 
ເຂົາສິວ່າເຖົ້າແກ່ແດດບໍ່ຫລຽວເບິ່ງທາງຕົມ ເຂົາສິວ່າເຖົ້າແກ່ລົມບໍ່ຫລຽວເບິ່ງນ້ຳ 
ເຂົາສິກຳດິນຜຶກໃສ່ໂຮຍຮຳຫນ້າ  ... ສະນັ້ນ ຄັນວ່າເປັນຄົນເຖົ້າກໍ່ຕ້ອງຮູ້ຮີດຮູ້ຄອງ
 ໃຫ້ເຂົ້າວັດຟັງທຳຈຳສິນ ພາວະນາ ໃຈບຸນເວົ້າມ່ວນ ຮັກລູກຮັກຫລານ 
ແລ້ວຫລູກຫລານຈະຮັກແລະເຄົາລົບເອງ...
.....................................
................. 

No comments:
Post a Comment