Saturday, October 6, 2012

ຄຳສຸພາສິດ



1.   ຈັນໃສແຈ້ງດວງດຽວບໍ່ມີຊື່ນ ດາວຕ້ອງຢູ່ແວດລ້ອມຫລາຍຊັ້ນຈຶ່ງຄ່ອຍເຮືອງ

2.   ຄໍາປາກພໍ່ແມ່ນີ້ຫນັກເກິ່ງທໍຣະນີ ໃຜຜູ້ຢຳແຢງນົບຫາກຊິເຮືອງເມືອຫນ້າ

3.   ຊື່ວ່າແນວກໍາພ້າຫມູຫມາມັນກໍ່ຫນ່າຍ ກາຍຫນ້າໃກ້ຊາວບ້ານຖົ່ມນໍ້າລາຍ

4.   ທ່ຽວທາງບໍ່ສຸດເສັ້ນຢ່າຄືນຫລັງໃຫ້ເຂົາຢຽບ ແຫນງວ່າຕາຍຫນ້າພຸ້ນເຂົາຊິຍ້ອງວ່າດີ

5.   ໂທໂສໂມໂຫນີ້ຫາກພາໂຕຕົກຕໍ່າ ໃຫ້ຄ່ອຍຄິດຄ່ອຍເວົ້າຈາຕ້ານໃຫ້ມ່ວນຫູ

6.   ທໍາການສ້າງອັນໃດໃຫ້ຮິ່ນຕອງແດ່ຖ້ອນ ຢ່າໄດ້ເຫັນແກ່ໃກ້ກິນກ້ວຍໂມ່ມເລີຍ

7.   ແສນຊິໄກບວກທ້າງສະໃຫຍ່ຊົນລະທີກໍຕາມທ້ອນ ຄັນແມ່ນທໍາ
ພຽນຂຸດຫາກຊິເຖີງວັງນໍ້າ

8.   ໃຫ້ຄ່ອຍພຽນສາສ້າງສະເຫມີແຕນແປງຊໍ່ ໃຫ້ຄ່ອຍສືບກໍ່ໄວ້ສະເຫມີເຜີ້ງສືບຮັງ

9.   ຄຳປາກພໍ່ແມ່ນີ້ຫນັກເກິ່ງທໍລະນີ ໃຜຜູ້ຢຳແຢງນົບຫາກຈັກດີເມືອຫນ້າ

10. ຄັນແມ່ນມີຄວາມຮູ້ເຕັມພຸງພຽງປາກກໍ່ຕາມທ້ອນ ສອນຕົວເອງບໍ່ໄດ້ໃຜສິຍ້ອງວ່າດີ

11. ຄັນແມ່ນມີຄວາມຮູ້ພາໂລເຮັດບໍ່ແມ່ນ ຄວາມຮູ້ມີທໍ່ຟ້າເປັນບ້າທໍ່ແຜ່ນດີນ

12. ຄັນໄດ້ຟັງຄຳເວົ້າຂົມໃນໆຢ່າຟ້າວຈົ່ມ ລາງເທື່ອຂົມຂີ້ເພ້ຍເມືອຫນ້າຫາກສິດີ

13. ຢ່າຟ້າວຕິຕຽນເວົ້າຜັກກະເດົາຂົມຂື່ນ ບາດໄດ້ກິນລາບກ້ອຍຍັງສິໄດ້ໂອ້ອ່າວຫາ

14. ຊາດທີ່ແນວນາມບົ້ງແປນໂຕກາສິຕອດກິນແລ້ວ ເຮັດໃຫ້ເປັນດັ່ງມ້ອນໄຍຫຸ້ມຫໍ່ໂຕ

15. ຊື່ວ່າຄວາມຕາຍນີ້ແຂວນຄໍທຸກບາດຢ່າງ ໃຜກໍ່ແຂວນອ້ອຍຕ້ອຍສະເຫມີດ້າມດັ່ງກັນ

16. ທາງຫລາຍເສັ້ນຕາມໃຈຜູ້ສິໄຕ່ ເຈົ້າຫາກມັກເສັ້ນເວີ້ງທາງລ້ຽວກໍ່ຫາກມີ

17. ເປັນຊາຍຂໍໃຫ້ເປັນຊາຍແທ້ຢ່າເປັນຊາຍແກມແຮ່ ຊາຍກໍ່ຊາຍແທ້ໆ
ຕົມນັ້ນຢ່າໃຫ້ມີ

18. ເປັນຍິງຂໍໃຫ້ເປັນຍິງແທ້ແນໄປໃຫ້ມັນທ່ຽງ ຍິງຂໍໃຫ້ຍິງແທ້ໆແນແລ້ວຈຶ່ງຄ່ອຍຍິງ

19. ເຮືອນບໍ່ມີສີຫນ້າກາບິນມາມັນສິລ່ວງ ມີເຮືອນຄັນບໍ່ມີພໍ່ຢ້າວໂຈນສິຂຶ້ນລ່ວງຂອງ

20. ຢ່າໃຫ້ເສຍແຮງໄດ້ເປັນຄົນນຳເພິ່ນ ຄົນໃຫ້ຄົນແທ້ໆຫນຽວຕຸ້ຍຈຶ່ງແມ່ນຄົນ

21. ຢ່າໄດ້ຫວັງສຸກຍ້ອນບຸນເຂົາມາເພິ່ງ ສຸກກໍ່ສຸກເພິ່ນພຸ້ນບໍ່ມາກຸ້ມຮອດເຮົາ ດອກນາ

22. ເຮືອຄາແກ້ງກວຽນເຫັນໃຫ້ກວຽນແກ່ ບາດວ່າໄປຮອດນ້ຳເຮືອສິໄດ້ແກ່ກວຽນ

23. ຄິດໄປຫລາຍນັບມື້ຫຍຸ້ງມຸ່ງມາຄືຮາກໄຜ່ ຄິດໄປຫລາຍນັບມື້ພໍ້ພໍແລ້ວບໍ່ຢາກເຫັນ

24. ຄັນວ່າໃຈປະສົງແລ້ວກາງດົງກໍ່ວ່າທົ່ງ ຄັນວ່າໃຈຂີ້ຄ້ານກາງບ້ານກໍ່ວ່າດົງ

25. ໃຈປະສົງແລ້ວເມືອງແກວກໍ່ດັ້ນຮອດ ໃຈປະສົງຕໍ່ແກ້ວໃນຖ້ຳກໍ່ກົ່ນຫາ

26. ໃຈບໍ່ໃສຕໍ່ແກ້ວແຍງເງົາກໍ່ບໍ່ສ່ອງ ໃຈບໍ່ໃສຕໍ່ຄ້ອງຕີໄດ້ກໍ່ບໍ່ດັງ

27. ໃຈບໍ່ໂສດາດ້ວຍເວົ້າມ່ວນກໍ່ເປັນຜິດ ໃຈບໍ່ໂສດາດອມເວົ້າດີກໍ່ເປັນຮ້າຍ

28. ເຮືອນບໍ່ມີສີໜ້າກາບິນມາມັນສິລ່ວງ ມຸງຫຍ້າຄັນບໍ່ມີຕອກລິ້ວສິໄປໝັ້ນຢູ່ບ່ອນໃດ

29. ອິດູຕົນເປັດນ້ອຍຢາກນອນຄອນນຳໄກ່ ຕີນເປີ່ມເປິະເປີ່ມເປີ້ຍປີນຂຶ້ນພະລາດລົງ

30. ອັນວ່າລາຍຄົນນີ້ມັນບໍ່ຄືລາຍເສືອສາງຊ້າງປ່າ ອະທິບາຍບໍ່ໄດ້ໃຈນັ້ນສ່ອງບໍ່ເຫັນ

31. ອັນວ່າສິບແມ່ນ້ຳຊາວແມ່ນ້ຳກໍສິທໍ່ເຮືອກາຍ ອັນວ່າສິບຍ່ານພູ
ຊາວຍ່ານຜາກໍສິຖາງທາງດັ້ນ ອັນວ່າສິບຜາຂັ້ນຊາວຜາຂັ້ນ
ຫີນຜາຕັນກໍສິສິ່ວ ຄັນແມ່ນສິ່ວບໍ່ໄດ້ສິເຊີນຟ້າຜ່າລົງ

No comments:

Post a Comment