Friday, August 17, 2012

ຢ່າອວດດີ



ເລື່ອງມີຢູ່ວ່າເດັກຫນຸ່ມຄົນຫນຶ່ງຮຽນຈົບຕ່າງປະເທດກັບບ້ານມາ
ຕ້ອງໄດ້ຂີ່ເຮືອຂ້າມແມ່ນ້ຳເພາະເຮືອນຢູ່ອີກຝາກຫນື່ງຂອງແມ່ນ້ຳ ໃນຂະນະທີ່ໃຊ້ບໍລິການເຮືອນຳພໍ່ເຖົ້າຄົນຫນື່ງນັ້ນເດັກຄົນນີ້ກໍ່ຄຸຍໂຕ
ໂອ້ອວດ ຕາມສະຕາຍເດັກເມືອງນອກຫາວ່າບ້ານນອກບໍ່ທັນ
ສະໄຫມ...ເຊີຍ ຫລ້າຫລັງ...ມາຟັງບົດໂອ້ອວດກັນເລີຍ!!!
ເດັກເມືອງນອກ: ບ້ານເຮົານີ້ບໍ່ພັດທະນາເລີຍເນາະລຸງ ອິນເຕີເນັດລຸງໃຊ້ເປັນບໍ?
ລຸງບ້ານນອກ: ລຸງໃຊ້ບໍ່ເປັນດອກຫລານເອີຍ!
ເດັກເມືອງນອກ: ແລ້ວລຸງຮູ້ບໍວ່າເສດຖະກິດໂລກເປັນໄປແນວໃດ
ໃນທຸກມື້ນີ້?
ລຸງບ້ານນອກ: ເສດຖະກິດໂລກແຫ່ງໄກລຸງບໍ່ຮູ້ເລີຍ!!! ຮູ້ແຕ່ວ່າຈະຫາກິນແນວໃດ?
ເດັກເມືອງນອກ: ຖາມອີກ...ແລ້ວລຸງຮູ້ເລື່ອງດາວທຽມບໍ? ລຸງຍິ່ງງົງເຂົ້າໄປອີກ ກໍ່ເລີຍຕອບວ່າລຸງຮູ້ແຕ່ຫົວທຽນບໍ່ຮູ້ດອກດາວທຽມ!!!
ເດັກເມືອງນອກ: ໂອໂຫ! ຖ້າລຸງບໍ່ຮູ້ສາມເລື່ອງນີ້ ລົດຊາດຊີວິດລຸງຂາດໄປແລ້ວ 95%
ໃນຂະນະທີ່ພາຍເຮືອຢູ່ນັ້ນຟ້າລົມຝົນແຮງກໍ່ຜ່ານເຂົ້າມາເຮືອກໍ່ຈະຈົມນ້ຳລຸງກໍ່ເລີຍຖາມເດັກເມືອງນອກວ່າ:
ລຸງບ້ານນອກ: ຫລານເອີຍ! ແລ້ວມືງລອຍນ້ຳເປັນບໍ? ຖ້າມືງລອຍບໍ່ເປັນ ຊີວິດມືງກຳລັງຈະຫາຍໄປ 100%
ເດັກເມືອງນອກ: ຫລານລອຍບໍ່ເປັນລຸງ!!!
ລຸງບ້ານນອກ: ເຮືອຈະຈົມແລ້ວ...ຄັນຊັ້ນເຮົາແຍກທາງກັນບ່ອນນີ້!!! ທາງໃຜທາງມັນ...ໂຊກດີເດີຫລາຍເອີຍ!
     
        555+   ສົມນ້ຳຫນ້າອວດເກັ່ງຫລາຍ!!! ສຸດທ້າຍເອົາຕົວບໍ່ລອດ.ຄົນລາວບູຮານຈຶ່ງມີຄຳສຸພາສິດວ່າ: ຄວາມຮູ້ທ້ວມຫົວ...ເອົາຕົວບໍ່ລອດ.


No comments:

Post a Comment