Friday, August 17, 2012

ບາງຄຳສອນຂອງເຕ໋າ



ເຕ໋າຄືຫຍັງຂ້ອຍບໍ່ຮູ້ ::: ແຕ່ຄຳສອນເຂົາຫນ້າສົນໃຈ
ເຕ໋າຄື​:::ທໍາຈິດໃຈໃຫ້ພົ້ນຈາກຄວາມມົວຫມອງ
ຊຳລະລ້າງຍານທັດສະນະ (ຄວາມຄິດ) ໃຫ້ຫາຍມືດມົວ
ທຳໃຈຕົນເອງໃຫ້ເປັນກາງ ບໍ່ທຸກຮ້ອນ
ສະແຫວງຫາຄວາມຮູ້ແຈ້ງ
ເພື່ອລະອະວິດຊາ (ຄວາມໂງ່)
ບໍ່ຖືສິດ ໃນຄວາມເປັນເຈົ້າຂອງ
ເພາະສິ່ງຕ່າງ ໆ ເຫລົ່ານັ້ນບໍ່ແມ່ນຂອງເຮົາ (ຕະຫລອດໄປ)
ກະທຳສິ່ງໃດ ບໍ່ແມ່ນເພື່ອຕົວເອງ (ແຕ່ຝ່າຍດຽວ)
ແຕ່ເພື່ອປະໂຫຍດສຸກຂອງຜູ້ອອື່ນນຳ...

ນັກປາດ (ບໍ່ແມ່ນປາດຊີ້ນ) ຈະເລືອກສະຖານທີ່ອັນຄວນ
ເປັນທີ່ພັກໃຈປາດ  ຖືຄວາມສະຫງົບເປັນທີ່ຕັ້ງ
ຄົບມິດ ຜູກມິດ ດ້ວຍຄວາມດີ
ຄຳເວົ້າທ່ານ ຖືຄວາມຈິງໃຈ
ການປົກຄອງ  ໃຊ້ຄວາມຍຸດຕິທຳ
ວຽກງານ   ໃຊ້ຄວາມສາມາດ (ບໍ່ແມ່ນເສັ້ນສາຍ)
ການກະທຳ ທ່ານເລືອກກາລະເທສະ
ຄຳຕິຕຽນກ່າວຮ້າຍ  ບໍ່ມີໃນປາດ
ປາດຈຶ່ງມີລັກສະນະເຫມືອນນ້ຳ (ເຂົ້າກັບທຸກສິ່ງໄດ້ດີ)

ຜູ້ທີ່ຮູ້ຈັກຄົນອື່ນ     ຊື່ວ່າຜູ້ສັງເກດ
ຜູ້ທີ່ຮູ້ຈັກຕົນເອງ     ຊື່ວ່າຜູ້ມີປັນຍາ
ຜູ້ຊະນະຄົນອື່ນ      ຊື່ວ່າຜູ້ແຂງແຮງ
ຜູ້ຊະນະຕົນເອງ     ຊື່ວ່າຜູ້ເຂັ້ມແຂງ
ຜູ້ຮູ້ຈັກພໍ           ຊື່ວ່າຜູ້ລ່ຳລວຍ
ຜູ້ພາກພຽນ         ຊື່ວ່າຜູ້ມີຈິດຫມັ້ນຄົງ
ຜູ້ທີ່ບໍ່ຕົກຢູ່ໃນອຳນາດຂອງຄວາມຢາກ  ຊື່ວ່າຜູ້ຍືນຍົງ

ຄົນທີ່ຢືນເດ່ຕີນ ຍ່ອມຢືນຢູ່ບໍ່ໄດ້ດົນ
ຄົນທີ່ກ້າວຂາຍາວເກີນໄປ ຍ່ອມເດີນໄປບໍ່ໄດ້ໃກ
ຄົນທີ່ມັກສະແດງຕົນ ຈະບໍ່ໄດຮັບຄວາມຍົກຍ້ອງ
ຄົນທີ່ມັກຍົກຕົນຂົ່ມຄົນອື່ນ ຈະບໍ່ໄດ້ຮັບຄວາມນັບຖື
ຄົນທີ່ມັກໂອ້ອວດ ຈະບໍ່ໄດ້ຮັບອິຫຍັງເລີຍ

ຄຳເວົ້າທີ່ຈິງໃຈ ອາດຈະບໍ່ມ່ວນ
ຄຳເວົ້າທີ່ມ່ວນ ອາດຈະບໍ່ຈິງໃຈ
ຄົນດີບໍ່ເວົ້າໂຕ້ຖຽງເພື່ອຕົນເອງ
ຄົນທີ່ມັກເວົ້າໂຕ້ຖຽງເພື່ອຕົນເອງ
ສ່ວນຫລາຍຈະເປັນຄົນບໍ່ດີ
ເຫລ໋າຈື້ ສອນວ່າ ::: ສິ່ງສາມສິ່ງທີ່ທຸກຄົນຄວນຍົກຍ້ອງ
ແລະຍອມຮັບວ່າ
ປະເສີດ ຊຶ່ງຄວນແກ່ການຮັກສາໄວ້ຕະຫລອດການກໍຄື​ :::
ຫນຶ່ງ::: ຄວາມເມດຕາກະລຸນາ
ສອງ ::: ຄວາມປະຫຍັດ
ສາມ ::: ຄວາມອ່ອນນ້ອມຖ່ອມຕົນ
ເຕ໋າວ່າ​:::ຜູ້ຮູ້ຈັກສາມສິ່ງນີ້ຄືຜູ້ຈະເລີນ ...


ຄວາມບໍ່ຫນັກແຫນ້ນ ເຮັດໃຫ້ຮາກຖານບໍ່ຫມັ້ນຄົງ
ຄວາມຮີບຮ້ອນຟ້າວຟັ່ງ ຍ່ອມກໍ່ຄວາມຜິດພາດ ແລະບໍ່ສະຫງົບ
ປາດເປັນບຸກຄົນທີ່ຫນັກແຫນ້ນ ດັ່ງນັ້ນ ປາດຈຶ່ງບໍ່ຫວັ່ນໄຫວ
ສາມາດເດີນທາງໄດ້ທັ້ງວັນ ເພາະປາດມີຄວາມສະຫງົບ ແລະຫນັກແຫນ້ນແມ່ນວ່າ ເຈົ້າຈະມີຊື່ສຽງກຽດຕິຍົດລົ້ນຟ້າ ກໍຫາຄວາມສະຫງົບບໍ່ໄດ້ ຖ້າໃຈບໍ່ຮູ້ຈັກພໍແລະຊື່ນຊົມກັບສິ່ງທີ່ມີຢູ່...

ຫມາຍເຫດ::: (ເຫລ໋າຈື້ ເປັນສາດສະດາຂອງລັດທິເຕ໋າ)

No comments:

Post a Comment