Thursday, August 16, 2012

ຄອງສິບສີ່



ຄອງສິບສີ່ແມ່ນຫມາຍເຖິງຂໍ້ກຳນົດ 14 ຂໍ້ ທີ່ພຸດທະສາສະນິກະຊົນ
ຄົນລາວເຮົາຖືເປັນທຳນຽມປະຕິບັດກັນມາຕັ້ງແຕ່ດົນນານ ແລະ ປະຈຸບັນ ກໍຍັງເຊື່ອຖືກັນຢູ່ ເຊີງນັກປຣາດອາຈານລາວເຮົາ
ໄດ້ແຕ່ງຂຶ້ນເປັນຫລັກ ໃນການດຳລົງຊີວິດທີ່ຖືກຕ້ອງ ດີງາມ ແລະ ເຫມາະສົມຂອງຄົນໃນສະໄຫມກ່ອນ
ປຽບອີກຢ່າງຫນື່ງເຫມືອນກັບກົດຫມາຍແຕ່ບໍ່ແມ່ນກົດຫມາຍ
ໃນຄອງສິບສີ່ນີ້ ໄດ້ແບ່ງອອກເປັນສີ່ພາກສ່ວນຄື: ພຣະສົງ ມີສິບສີ່ ຄອງ, ມະຫາກະສັດ ມີ ສິບສີ່ຄອງ, ຂ້າລັດຖະການມີ
ສິບສີ່ຄອງ, ແລະ ຄາລະວາດ ມີສິບສີ່ຄອງ ອັນນີ້ຮຽກວ່າ ຄອງສິບສີ່
ໃນທີ່ນີ້ຈະຂໍຍົກເອົາແຕ່ຄອງສິບສີ່ຂອງຄາລະວາດ ຄືຄອງສຳລັບຄົນທົ່ວໄປມີ 14 ຄອງຄື:
1. ຢ່າຢຽບເງົາພຣະສົງ ຫລື ຜູ້ທີ່ມີສິນບໍລິສຸດ
2. ຢ່າເອົາອາຫານເຫລືອ ຫລື ເງື່ອນ ໄປໃຫ້ພຣະສົງສັນ
3. ຢ່າເສບກາມະຄຸນໃນມື້ວັນສິນ, ວັນເຂົ້າພັນສາ, ວັນມາຄະບູຊາ, ວັນວິສາຂະບູຊາ ແລະ ກຸດສົງການ ຢ່າງເດັດຂາດ.
4. ເມື່ອພຣະສົງກາຍມາໃຫ້ນັ່ງລົງ, ຍໍມືນົບໄຫວ້ ແລ້ວ ຈຶ່ງຄ່ອຍກາຍ ຫລື ໂອ້ລົມກັບເພີ່ນ.
5. ພຣະສົງເຂົ້າກຳໃຫ້ມີດອກໄມ້ທູບທຽນ ແລະ ເຄື່ງບໍລິຂານໄປກິນທານຮ່ວມເພີ່ນ.
6. ກ່ອນຈະເຂົ້ານອນໃຫ້ອາບນ້ຳ ຫລື ລ້າງຕີນເສຍກ່ອນ.
7. ເມື່ອເຖິງວັນສິນດັບ, ສິນເພັງໃຫ້ທຳບຸນຕັກບາດ ຫລື ນິມົນພຣະສົງມາສູດມຸງຄຸນເຮືອນ.
8. ເມື່ອເຖິງວັນສິນເພັງໃຫ້ແຕ່ງຂັນດອກໄມ້, ທູບທຽນ ສົມມາຜົວຂອງຕົນ.
9. ເມື່ອພຣະສົງສາມະເນນມາບິນທະບາດ ຢ່າໃຫ້ເພິ່ນຄອຍຖ້າ, ເວລາປ່ອນບາດຢ່າໃຫ້ມືຊູນບາດ ຫລື ຊູນພຣະສົງສາມະເນນ. ຍາມໃສ່ບາດຫ້າມຖືອາວຸດ, ໃສ່ເກີບ, ເອົາຜ້າປົກຫົວ  ຫລື ອູ້ມເດັກນ້ອຍ.
10. ເມື່ອເຖິງວັນສິນ 08 ຄ່ຳ, ສິນ 15 ຄ່ຳ ໃຫ້ພາກັນ ສົມມາກ້ອນເສົ້າເຕົາໄຟ, ແມ່ຂັ້ນໄດ, ປະຕູເຮືອນແລະ ທີ່ຢູ່ອາໄສ.
11. ກ່ອນຈະຂື້ນເຮືອນນັ້ນໃຫ້ລ້າງຕີນເສຍກ່ອນ.
12. ໃຫ້ພາກັນເຮັດຮົ້ວອ້ອມວັດ ແລະ ບ້ານເຮືອນຂອງ ຕົນໃຫ້ດີ.
13. ເມື່ອເຖິງລະດູການເກັບກ່ຽວຜົນລະປູກ ຢ່າຟ້າວກິນ ໃຫ້ເອົາໄປເຮັດບຸນໃຫ້ທານແກ່ຜູ້ມີສິນກ່ອນ ແລ້ວຈຶ່ງກິນຕາມຫລັງ.
14. ຢ່າພາກັນລັກໂລບຕາຊິງ, ຢ່າພາກັນຈ່າຍເງິນແດງ ແປງເງິນຄວ່າງ, ຢ່າກ່າວຄຳຫຍາບຊ້າກ້າແຂງຕໍ່ ກັນ ແລະກັນ...

1 comment: