Monday, September 16, 2013

ເປົ້າຫມາຍຂອງຊີວິດ



ຖ້າຖາມວ່າ ເປົ້າຫມາຍຂອງຊີວິດຄືຫຍັງ ??? ຫລາຍຄົນກໍຈະຄິດໂລດວ່າ ເອີ! 

ເປົ້າຫມາຍຂອງຊີວິດຂ້ອຍຄືການມີເງິນທອງໃຊ້ ມີລົດຂີ່ ມີເຮືອນຢູ່ ແລະມີຄວາມສຸກ

ຖ້າຕອບແບບນີ້ກໍແມ່ນຖືກ ແຕ່ຖືກບໍ່ຫມົດເພາະນີ້ເປັນພຽງເປົ້າຫມາຍຂັ້ນຕົ້ນເທົ່ານັ້ນ

ເປັນເປົ້າຫມາຍໃນຊີວິດນີ້ເທົ່ານັ້ນ ໃນພະພຸດທະສາດສະຫນາເພີ່ນຈຶ່ງກຳນົດເປົ້າຫມາຍ

ຂອງຊີວິດໄວ້ເປັນ 3 ລະດັບຄື:

1. ລະດັບປັດຈຸບັນ 

2. ລະດັບອະນາຄົດເບື້ອງຫນ້າ (ຊີວິດຫລັງຄວາມຕາຍ)

3. ລະດັບສູງສຸດ (ນິບພານ ຄື ຄວາມສຸກສະຫງົບ)

1. ລະດັບປັດຈຸບັນ ຄື 

1. ການມີຊັບສິນເງິນທອງໃຊ້ຈ່າຍ 

2. ການຍອມຮັບຂອງສັງຄົມ ເຊັ່ນ ຕຳແຫນ່ງ ກຽດຕິຍົດ ຊື່ສຽງ

3. ການມີສຸຂະພາບດີສົມບູນ ບໍ່ມີໂລກໄພບຽດບຽນ

4. ການມີຄອບຄົວທີ່ອົບອຸ່ນ ແລະມີຄວາມສຸກ

ວິທີການໃຫ້ໄດ້ມາ ຄື

1.  ດຸຫມັ່ນຂະຫຍັນຫາ 

2.  ຮັກສາໄວ້ໃຫ້ດີ 

3.  ມີກັນລະຍານະມິດ ຄົບເພື່ອນດີ (ບໍ່ແມ່ນມີແຕ່ເພື່ອນຊວນກັນກິນເຫລົ້າ

ກິນເບຍແບບສັງຄົມລາວໃນປັດຈຸບັນນີ້) 

4.  ລ້ຽງຊີວິດໃຫ້ດີ ຮູ້ຈັກໃຊ້ຈ່າຍ ບໍ່ຟຸມເຟືອຍ ບໍ່ໃຊ້ຈ່າຍເກີນລາຍຮັບຂອງຕົນ

2. ລະດັບເບື້ອງຫນ້າ ຄື 

ການສ້າງຄຸນຄ່າໃຫ້ກັບຊີວິດ ເຊັ່ນການທຳບຸນ ທຳທານ ຮັກສາສິນ ແລະມີຄຸນນະທຳ 

ຊຶ່ງເປັນຫລັກປະກັນຊີວິດຫລັງຄວາມຕາຍວ່າ ເມື່ອຕາຍແລ້ວຈະໄດ້ໄປດີເຖິງສຸກ 

ໄປສູ່ສະຫວັນ ບ່ອນທີ່ມີພ້ອມທຸກຢ່າງ

ຕົວຢ່າງເຊັ່ນ: ການເຮັດບຸນເຮັດທານ ແລະຕັກບາດຢາດນ້ຳຂອງຜູ້ເຖົ້າຜູ້ແກ່ລາວເຮົາ

3. ລະດັບເບື້ອງສູງສຸດ ຄື 

ການມີປັນຍາຮູ້ແຈ້ງເຫັນຈິງໃນສິ່ງທັງຫລາຍຕາມຄວາມເປັນຈິງ ເຊັ່ນ ການເຫັນວ່າ 

ຊີວິດບໍ່ທ່ຽງແທ້ຖາວອນ ເປັນທຸກມີຄວາມເດືອດຮ້ອນ ແລະບໍ່ມີຕົວຕົນທີ່ແທ້ຈິງຖາວອນ

ເກີດຂຶ້ນແລ້ວ ຍ່ອມຕັ້ງຢູ່ ແລະສະຫລາຍໄປໃນທີ່ສຸດ ການເຂົ້າເຖິງເປົ້າຫມາຍສູງສຸດນີ້ 

ຈະເຮັດໃຫ້ມີຈິດໃຈອິດສະຫລະ ປອດໂປ່ງ ຜ່ອງໃສ ສະອາດ ສະຫງົບແລະບໍລິສຸດ 

ບໍ່ຕົກເປັນທາດຂອງໂລກແລະຊີວິດ ຊຶ່ງຈະເຂົ້າເຖິງໄດ້ດ້ວຍການປະຕິບັດຕາມ ສິນ ສະມາທິ 

ແລະປັນຍາ.............



ເປົ້າຫມາຍຂັ້ນທີ່ 3 ເປັນເປົ້າຫມາຍທີ່ຍາກ ເຂົ້າເຖິງໄດ້ຍາກເພາະມະນຸດເຮົາຍັງມີກິເລດຢູ່ 

ແຕ່ກໍສາມາດເຂົ້າເຖິງໄດ້ ຖ້າເຮົາມີຄວາມອົດທົນພະຍາຍາມພໍ ທຳຕົວຢູ່ໃນສິນ ສະມາທິ 

ປັນຍາ ເພາະນີ້ເປັນຫົນທາງດຽວທີ່ຈະເຂົ້າເຖິງໄດ້ .... ການເຮັດໄດ້ສອງເປົ້າຫມາຍຂ້າງຕົ້ນ

ກໍດີທີ່ສຸດແລ້ວ ສະຫລຸບງ່າຍ ໆ ຄື: ເມື່ອມັ່ງມີແລ້ວ ກໍເຮັດບຸນເຮັດທານ ແບ່ງປັນເພື່ອ

ຊ່ວຍເຫລືອຜູ້ອື່ນ ເພື່ອເກື້ອກູນແກ່ຄົນອື່ນ ແບ່ງເບົາຄວາມທຸກຂອງເຂົາ ຊຶ່ງມັນສະແດງອອກ

ໃຫ້ເຫັນວ່າ ເຮົາເປັນຜູ້ມີຈິດໃຈສູງ ປະເສີດ ມີຄວາມເມດຕາສົງສານເພື່ອນມະນຸດດ້ວຍກັນ 

ບໍ່ແມ່ນຄົນເຫັນແກ່ຕົວ ແລະມີຈິດໃຈຕ່ຳແຕ່ຢ່າງໃດ .....



No comments:

Post a Comment