Friday, March 15, 2013

ທຳຈາກທຳມະບົດ

1. ຍົດຖາບັນດາສັກຍ່ອມຈະເລີນແກ່ຜູ້ທີ່ຂະຫຍັນຫມັ່ນພຽນ ມີສະຕິແລະມີການງານສະອາດ ມີຄວາມຮອບຄອບລະມັດລະວັງຕົວ ລ້ຽງຊີວິດດ້ວຍຄວາມຊອບທຳແລະບໍ່ປະຫມາດ

2. ຄວາມບໍ່ປະຫມາດເປັນທາງອໍາມະຕະ ສ່ວນຄວາມປະຫມາດເປັນທາງແຫ່ງຄວາມຕາຍ ຜູ້ທີ່ບໍ່ປະຫມາດນັ້ນຍ່ອມບໍ່ມີວັນຕາຍ ສ່ວນຜູ້ທີ່ມີຄວາມປະຫມາດນັ້ນເຖິງແມ່ນວ່າ
ຈະມີຊີວິດຢູ່ກໍເຫມືອນກັບວ່າຕາຍແລ້ວ

3. ຄົນທຳບຸນ ຄືຄວາມດີຍ່ອມມີຄວາມສຸກໃຈໃນໂລກນີ້ ຄົນທຳບຸນ ຄືຄວາມດີຍ່ອມມີຄວາມສຸກໃຈໃນໂລກຫນ້າ ຄົນທຳບຸນ ຄືຄວາມດີຍ່ອມມີຄວາມສຸກໃຈໃນໂລກທັງສອງ ຄົນທຳບຸນ ຄືຄວາມດີຄັນຫວນຄິດໄດ້ວ່າຕົນທຳບຸນ ຄືຄວາມດີ ເມື່ອຕາຍໄປເກີດໃນສຸຄະຕິກໍຍິ່ງມີຄວາມສຸກໃຈຍິ່ງຂຶ້ນ

4. ຄົນທົ່ວໄປຄິດບໍ່ເຖິງດອກວ່າ ຕົນພວມຈະເຖິງເຊິ່ງຄວາມພິນາດຈິບຫາຍ ຍ້ອນການຜິດຖຽງກັນ ສ່ວນຜູ້ທີ່ຮູ້ເຖິງຄວາມຈິງເຊັ່ນນັ້ນແລ້ວ ເຂົາເຈົ້າຍ່ອມບໍ່ຜິດຖຽງກັນອີກຕໍ່ໄປ

5. ສິນເຮັດໃຫ້ເກີດຄວາມສຸກຕາບເທົ່າເຖິງຊະລາການ ສັດທາທີ່ຕັ້ງຫມັ້ນດີແລ້ວເຮັດໃຫ້ເກີດສຸກ ປັນຍາທີ່ໄດ້ມາແລ້ວເຮັດໃຫ້ເກີດສຸກ ການບໍ່ກະທຳບາບທັງປວງເຮັດໃຫ້ເກີດສຸກ

6. ຜູ້ທີ່ເຫັນສິ່ງບໍ່ມີໂທດວ່າມີໂທດ ແຕ່ເຫັນສິ່ງມີໂທດວ່າບໍ່ມີໂທດ ຜູ້ທີ່ມີຄວາມເຫັນຜິດເຊັ່ນນີ້ ຍ່ອມໄປສູ່ທຸກຄະຕິ (ຄວາມທຸກ)

7. ຜູ້ທີ່ເຫັນໂທດວ່າເປັນໂທດ ເຫັນຖືກວ່າເປັນຖືກ ຜູ້ທີ່ມີຄວາມເຫັນຖືກເຊັ່ນນີ້ເຂົາຍ່ອມໄປສູ່ສຸກຄະຕິ (ຄວາມສຸກ)

 ................................... 
................
 

No comments:

Post a Comment