Friday, March 1, 2013

ສູ່ຂວັນພຣະເນນ ວັນທີ 1/2/56

ສູ່ຂວັນພຣະເນນ
__00__

(ຂຶ້ນນະໂມ 3 ຈົບ)

ສີສີ ສິດທິພຣະພອນບໍວອນແວນວິເສດ ອະຕິເຣກະເຕໂຊ ໄຊຍະຕຸພະວັງ 

ໄຊຍະມັງຄະລາດິເຣກ ອະເນກສວັສດີ ໄມຕຣີຈົ່ງມີແກ່ເຈົ້າທຸກທ່ານ 

ໃຫ້ຢູ່ສຸກສຳລານຕາບຕໍ່ເທົ້າ ຂໍໃຫ້ໄດ້ເປັນເຈົ້າເປັນໃຫຍ່ກວ່າຄົນທັງຫລາຍ 

ຄີງສະບາຍບານລ້ຳເລີດ ຂ້າແກ້ວເກີດກາງໂຮງ ຂໍໃຫ້ມີອາຍຸຍືນຍາວນານບໍ່ໜ້ອຍ 

ຂໍໃຫ້ໄດ້ຮ້ອຍເກົ້າຂວບເນົານານ ຝູງໝູ່ມານຢ່າມາບັງບຽດ 

ຂໍໃຫ້ພຣະແກ່ນໄທ້ມາຕຣັສສ່ອງສໍຣະຍານ

ສີສີ ມື້ນີ້ແມ່ນມື້ດີ ສີສີ ມື້ນີ້ແມ່ນມື້ໝັ້ນ ໃຫ້ເຈົ້າໝັ້ນຍິ່ງກວ່າກ້ອນຜາແອ່ນ 

ໃຫ້ເຈົ້າໝັ້ນຍິ່ງກວ່າແທ່ນພຣະຈວງຈັນ ໃຫ້ເຈົ້າໝັ້ນຍິ່ງກວ່າເຄືອຫລວງໄກຣາດ 

ໃຫ້ເຈົ້າໝັ້ນຍິ່ງກວ່າອາກາດສູນຕະວັນ ໃຫ້ເຈົ້າໝັ້ນຍິ່ງກວ່າພຣະຈັນໃສສ່ອງແຈ້ງ 

ໃຫ້ເຈົ້າໝັ້ນຍິ່ງກວ່າເຂົາຍາມເດືອນສີ່ 

ໃຫ້ເຈົ້າໝັ້ນຍິ່ງກວ່າເສົາກີ່ລູກສາວພຣະຍາແຖນພຣະຍາພຣົມຟາກຟ້າ ມື້ນີ້ແມ່ນມື້ສະງ່າ 

ໝໍເຖົ້າວ່າມື້ນີ້ແຂງ ມື້ນີ້ວັນດີ ວັນດິຖີອະມຸຕຕະໂຊກ 

ສິດທິໂຍກພ້ອມອຸດຕະມັງຄະລາເພີ່ນຈຶ່ງອາຣາທະນາຜູ້ຂ້າ ມານັ່ງອາດຄູນຂວັນ 

ຄູນຂວັນຂຶ້ນສເມີຈອມຜາສາດ ຄູນຂວັນຂຶ້ນໃຫ້ສເມີທາດສີຈັນ ມື້ນີ້ ແມ່ນມື້ສັນວັນດີ 

ວັນດິຖີອະມຸຕຕະໂຊກ ໂຕກອັນນີ້ຫາກແມ່ນໂຕກໄມ້ຈັນ 

ຂັນອັນນີ້ຫາກແມ່ນຂັນໄມ້ແກ້ວ 

ຕົກແຕ່ງແລ້ວຈຶ່ງຍໍມາຄູນຂວັນ ວ່າມາເຢີຂວັນເອີຍ...

ຂວັນເຈົ້າໄປປູກພູປົ່ງເປັນຮາກ ຂວັນເຈົ້າໄປປູກໝາກປົ່ງເປັນໃບ ກໍໃຫ້ມາສາມື້ນີ້ວັນນີ້ 

ວ່າມາເຢີຂວັນເອີຍ... ຂວັນເຈົ້າໄປປູກຫົວສີໃຄຂຽວອ່ອນ ກໍໃຫ້ມາສາມື້ນີ້ວັນນີ້ 

ມານຳທາງຄົນທ່ອງ ມານຳປ່ອງຄົນທຽວ... ມາຢູ່ນີ້ກິນເຂົ້າແດກງາມາຢູ່ນີ້ກິນປາກັບໄຂ່ 

ມາກິນເຂົ້າຕົ້ມແລະຂອງຫວານ... ມາກິນນ້ຳຕານແລະນ້ຳອ້ອຍ ຫມໍ​​ຂວັນເອີ້ນຈ້ອຍໆ 

ຕົວເຈົ້າໃຫ້ດ່ວນມາ ວ່າມາເຢີຂວັນເອີຍ...
 
ຂວັນໃນແລະຂວັນນອກ ຂວັນສອກແລະຂວັນຄາງ ຂວັນແອວບາງກົມກິ່ວ 

ຂວັນທ້ອງນ້ອຍແລະຮາວນົມ... ຂວັນຜົມດຳດູອາດ ຂວັນປາກຕ້ານແລະເຈຣະຈາ 

ຂວັນຕາແລະຂວັນຄິ້ວ ຂວັນນິ້ວແລະຂວັນແຂນ... 

ຂວັນຂາແຂ່ງແລະຂວັນໄຫລ່ຂວັນໃຫຍ່ໆ ນັ້ນຂວັນຫົວ ກໍໃຫ້ມາສາມື້ນີ້ວັນນີ້ 

ວ່າມາເຢີຂວັນເອີຍ...

ກິນເຂົ້າຜີໃຫ້ເຈົ້າຮາກ ຄ້ຽວໝາກຜີໃຫ້ເຈົ້າຄາຍ ໃຫ້ເຈົ້າຄືນມາດາຍທ້ອງເປົ່າ 

ໃຫ້ເຈົ້າມາຢູ່ສືບສ້າງດອມແມ່ມານດາ ທັງປິຕາແລະເຊື້ອໂຄດຢ່າກິ້ວໂກດໂກທາ... 

ໃຫ້ເຈົ້າມາຮັກສາຕົນໂຕເຈົ້າຕາບຕໍ່ເທົ້າຢູ່ສຸກສວັສດີ...

ບັດນີ້ ຂວັນຫົວເຈົ້າມາຮອດແລ້ວຂວັນແກ້ວເຂົ້າຕອມພາ 

ໃຫ້ເຈົ້າມານັ່ງລ້ອມພາເຂົ້າແລະພາຫວານ... ອາຫານມີທຸກເຍື່ອງເຄື່ອງກິນມີທຸກອັນ 

ມີທັງໄກ່ຜູ້ໃຫຍ່ໂຕທໍ່ນົກຍຸງ ມີທັງໄກ່ຜູ້ສູງໂຕທໍ່ຫ່ານ... 

ມີທັງນ້ຳເຫຼົ້າໃສ່ເທີງພາມີທັງນ້ຳຢາໃສ່ເທີງຖ້ວຍ 

ມີທັງກ້ວຍແລະອ້ອຍສັບພະສິ່ງຂອງຫວານ... 

ໃຫ້ເຈົ້າກິນອາຫານແຊບຊ້ອຍ ກິນນ້ຳອ້ອຍແລະຂອງຫວານ 

ໃຫ້ຂວັນຫົວເຈົ້າຢູ່ສຸກສຳລານ ແລະສະວັສດີ ກໍຂ້າເທີ້ນ ໆ

ນັບແຕ່ນີ້ເມືອຫນ້າ ຂໍໃຫ້ເຈົ້າດູງາມສະອາດ ຜິວຜຸດຜາດຜ່ອງໃສສີ 

ຖືສິນດີຄົບບໍ່ຂາດເປັນນັກປາດແລະອາຈານ... ເປັນສົມພານນ້ອຍຫນໍ່ສືບຕໍ່ພຣະຄໍາພີ 

ເປັນຜູ້ມີບຸນມາກສິນຫລາຍຫລາກຕາມທຳນອງ... ຖືຕາມຄອງຄັດເຄັ່ງຂໍໃຫ້ເກັ່ງທາງທຳ 

ຈົ່ງຈົດຈໍາເປັນຍອດໄປຕະຫລອດພັນສາ... ດັ່ງຄົງຄາໄຫລຫລັ່ງໃຫ້ເຈົ້ານັ່ງເທດສະຫນາ 

ມີປັນຍາລ້ຳເລີດແສນປະເສີດເຫລືອຫລາຍ... 

ອະທິບາຍພຣະທໍານໍາໂຊກທັງທາງໂລກແລະທາງທໍາ 

ຈົ່ງນໍາຄຳພຣະເຈົ້າເປັນຫນໍ່ເຫງົ້າມີປັນຍາ... ໃຫ້ເຈົ້າດູງາມໃນສິນທຳອົງອາດ 

ຢ່າໄດ້ຂາດເສຍສີ ຢ່າໄດ້ມີຫມອງມົ່ນຢ່າໄດ້ໂຄ່ນເພພັງ... 

ໃຫ້ເຈົ້າຝັງເປັນແກ່ນໃຫ້ເຈົ້າຫນັກແຫນ້ນດັ່ງສີລາແຂງ ໃຫ້ເຈົ້າສູງພຽງຟ້າ 

ໃຫ້ເຈົ້າງາມທົ່ວຫລ້າແດນໄຕຣ ພຸ້ນເຢີ ໆ

ແມ່ນວ່າ ການງານຂໍໃຫ້ກ້າວຫນ້າການສຶກສາຂໍໃຫ້ເຮືອງຮຸ່ງ 

ໃຫ້ພໍ່ແມ່ປ້າລຸງໄດ້ເພິ່ງພາຍາມຊະລາແກ່ເຖົ້າ ສາທຸ ໆ... 

ຂໍໃຫ້ເປັນຈັ່ງຄຳຂ້ອຍເວົ້າຊູ່ເຍື່ອງຊູ່ປະການ... ແມ່ນວ່າ ການເດີນທາງທ່ອງ 

ໄປທາງບົກໃຫ້ມີຄົນຊ່ວຍຄ້ຳໄປທາງນ້ຳໃຫ້ມີຄົນສົ່ງເຮືອ... 

ໄປທາງເຫນືອແລະໃຕ້ໃຫ້ພໍ້ແກ້ວມະນີໂຊດ 

ໂທດຮ້າຍຢ່າມາພານມານຮ້າຍຢ່າມາຕ້ອງ... 

ຂໍໃຫ້ເງິນທອງລົ້ນເກີນຄົນໃນໂລກ ຄວາມທຸກໂສກຢ່າໄດ້ໄພຮ້າຍໃຫ່ຫ່າງໄກ... 

ນອນຫລັບໃຫ້ໄດ້ເງິນພັນ ນອນຝັນໃຫ້ໄດ້ເງິນຫມື່ນ 

ນອນຕື່ນໃຫ້ໄດ້ເງິນລ້ານອອກຈາກບ້ານໃຫ້ພໍ້ແຕ່ໂຊກແຕ່ໄຊ... 

 ໄປມາໃຫ້ເຈົ້າຄ່ອງເຫມືອນລ່ອງເຮືອ ຫມັ້ນໃຫ້ເຈົ້າໝັ້ນດັ່ງເຊຶອກເຮືອ 

ເຝືອໃຫ້ເຈົ້າເຝືອດັ່ງເຊືອກຊ້າງ ຢ່າໄດ້ມ້າງຈັກຍາມ ແທ້ໄດ!

ຂໍຖວາຍພອນໄຊດວງວິເສດສົ່ງທ້າຍ ຈົ່ງສົມເຈດມະໂນໝາຍ 

ສັບພະອຸປະທະວະອົນຕາຍຖ້ວນທຸກສິ່ງຢ່າໄດ້ມາຂອດຂິ່ງເຂັນໃຈ... 

ຂໍໃຫ້ທຸກທ່ານມີໄຊສຸຂລ້ຳເລີດດ້ວຍອໍານາດຄຸນປະເສີດສາມປະການ ຄືວ່າ: ... 

ຄຸນພຣະສັບພັນຍຸດຕະຍານຕົນຜ່ານແຜ້ວ ທັງຄຸນແກ້ວແຫ່ງດວງທັມ... 

ຄຸນພຣະສັງຄະຮັຕະນະນໍາຫຸ້ມຫໍ່ເປັນແກ້ວກໍ່ປຣາການ 

ວາງພົນຫານແວດລ້ອມປະສິດທິພ້ອມດ້ວຍດວງພອນ ຄື: ... ອາຍຸ ວັນນະ ສຸຂະ 

ພະລະ ອາໂຣຄາຍາ... ປະຕິພານະ 

ອະທິປະຕິຄຸນາກອນທຸກເຍື່ອງເຕຊານຸພາບເດື່ອງທໍຣະນີເໝືອນດັ່ງ 

ແສງພຣະສຸຣີຍ໌ໃສສ່ອງໂລກຫາຍທຸກຂ໌ໂສກສວັສດີ ໄຊຍະຕຸພະວັງ ໄຊຍະມັງຄະລັງ 

ໄຊຍະໂສດຖີ ພະວັນຕຸເຕ...


_00_ ຈົບບໍລິບູນ _00_


No comments:

Post a Comment