Monday, September 3, 2012

ຜະຫຍາຍຸກໂລກາວິວັດ



ຜະຫຍາຍຸກໂລກາວິວັດ
……………

ພີ່ນ້ອງເອີຍ! ຕົກມາຮອດມື້ນີ້ບໍ່ຄືຫລັງຕັ້ງແຕ່ກ່ອນ

ຕົກມາຮອດບັ້ນບ່ອນ ຍຸກໂລກາວິວັດເຂົ້າຝູງຄົນເຖົ້າໄດ້ນັ່ງຫງອຍ.
  
ດຽວນີ້ນໍຊຸມຫມູ່ເດັກຫນຸ່ມນ້ອຍຄົນລຸ່ນໃຫມ່ຢູ່ໃນເທັກ

ເດັກສະໄຫມແກນກົກເມິດລາຄາເພາະຄວາມຊິ້ງ.

ພີ່ນ້ອງເອີຍ! ຍິງຫລືຊາຍເດັກໄວລຸ່ນເຂົາລົງທືນບໍ່ຄຸ້ມຄ່າ

ເສຍເວລາເພາະວ່າໄປພົບເພື່ອນ ພາໄປຫລິ້ນບ່ອນບໍ່ດີ.

ພີ່ນ້ອງເອີຍ! ບາງຄົນມີເງິນຫລາຍລົ້ນ ພໍ່ບໍ່ຈົນເປັນເສ່ຍໃຫຍ່ກໍ່ດີແລ້ວ

ແຕ່ຍັງໄປນໍເກືອກກົ້ວພາຕົວເຂົ້າສູ່ອະບາຍ

ດຽວນີ້ນໍ ບາງຄົນສາຍເກີນແກ້ ພໍ່ກັບແມ່ທຳເສຍງານ

ແມ່ພັດໄປເຮັດການ ພໍ່ພັດຫຍຸ້ງຕາຍແຕ່ນຳຮຸ້ນ

ດຽວນີ້ນໍ ຄວາມອົບອຸ່ນຢູ່ໃນເຮືອນ ຄວາມສຳພັນບໍ່ຫມັ້ນແກ່ນ

ມີເງິນແສນຄິດວ່າມັນສິຊື້ໄດ້ເອົາໃຫ້ພັດບໍ່ສົມ

ດຽວນີ້ນໍ ລູກບໍ່ມີຮອດບ່ອນຊົ້ນຂາດທີ່ເພິ່ງທາງຈິດໃຈ

ເລີຍຫລົງໄປທາງຜິດຕິດສຸລາກາເມຮ້າຍ

ດຽວນີ້ນໍ ບາງຄົນສາຍສຳພັນຮ້າງໄປຄົນທາງພໍ່ກັບແມ່

ທາງພໍ່ຄິດຕັ້ງແຕ່ສິຫາເມຍໃຫມ່ຊ້ອນ ຫົວໃຈນັ້ນຖືກແບ່ງສອງ

ພີ່ນ້ອງເອີຍ! ແມ່ກໍ່ຄອຍຈ້ອງແຕ່ເອົາຊະນະພວກອ້າຍໄພ່

ຜູ້ອຸກໃຈຄືບຸດຕາ ຈຶ່ງຫາທາງລະບາຍກຸ້ມ

ໄປມົ້ວສຸມກັບເພື່ອນ ເບືອນສູ່ອະບາຍໃນທາງຊົ່ວ

ຄອບຄົວເປັນແນວນີ້ຄື: ແພມ້າງແຕກສະຫລາຍ

ມາບັດນີ້ຈຶ່ງຂໍວອນເດີ! ພາກັນມາແກ້ຢ່າໃຫ້ເປັນດັ່ງຄຳຕ້ານ

ມາປະສານດອກຮອຍຮ້າວ ຄອບຄົວເຮົາໃຫ້ຫມັ້ນແກ່ນ

ຄວາມສຳພັນເຮົາໃຫ້ຫນັກແຫນ້ນ ແກ່ນເຂົ້າລະຫວ່າງໃຈ

ສັງຄົມລາວໃຫ້ເປັນສັງຄົມແທ້ ພໍ່ກັບແມ່ໃຫ້ປອງດອງກັນເດີ

ອັນຫນຶ່ງ ຢ່າແບ່ງສອງຫົວໃຈຫມັ້ນ ຜົວເມຍກັນໃຫ້ສັດຊື່

ຖືວ່າມີລູກເຕົ້າເຂົາຄອຍຖ້າສິເຮັດຕາມ

ພີ່ນ້ອງເອີຍ! ເອົາຫລັກທຳປົກຄອງບ້ານ ມີລູກຫລານໃຫ້ສອນສັ່ງ

ໃຫ້ທຳຕາມຫນ້າທີ່ ຄັນດີແລ້ວໃຫ້ສົ່ງເສີມ

ເລີ່ມຕົ້ນຕັ້ງແຕ່ມື້ນີ້ເປັນປີແຫ່ງຄວາມຈົດຈຳ

ປີແຫ່ງວັດທະນະທຳຂອງລາວມາເຖິງແລ້ວ

ວັດທະນະທຳລາວປຽບຄືດັ່ງດວງແກ້ວມະນີ

ຍໍເຍືອງແສງແຈ້ງສະຫວ່າງ

ແຍງນຳທາງໃຫ້ປະຊາເຊື້ອຮຸ່ງໃສ

ໃຫ້ປະຊາເຊື້ອນໍຢູ່ຊຸ່ມເຢັນ  ໆໆ

(ຄັດມາຈາກ ລຳລ່ອງ)

No comments:

Post a Comment