Thursday, August 16, 2012

ເຮືອນ 3 ນ້ຳ 4

ເຮືອນສາມນ້ຳສີ່   '' ຍິງໃດສົມບູນໄດ້ດ້ວຍເຮືອນສາມນ້ຳສີ່
ເປັນຍິງທີ່ດີເລີດລ້ຳ ສົມຄວນແທ້ແມ່ເຈົ້າເຮືອນ ''  
     ໃນສະໄຫມບູຮານ ຮີດຄອງປະເພນີຂອງລາວແມ່ນມີຄຳແນະນຳ
ສຕຣີ ຜູ້ເປັນລູກຫລານໃຫ້ຮູ້ຈັກຮັກສາໜ້າທີ່ຂອງຜູ້ຍິງ ທີ່ຄວນມີໄວ້
ໃນພາລະກິດປະຈຳວັນຂອງຕົນ ຄຳວ່າເຮືອນສາມນ້ຳສີ່ນັ້ນໄດ້ແກ່ :

1. ເຮືອນຄົວ  ແນ່ນອນເຮືອນຄົວນັ້ນກໍເປັນບ່ອນທີ່ມີໄວ້ ສຳຫລັບປຸງ
ແຕ່ງອາຫານການກີນ ດັ່ງນັ້ນ ຜູ້ເປັນແມ່ບ້ານຈຶ່ງຕ້ອງມີໜ້າທີ່ຮັກສາ
ທຳຄວາມສະອາດປັດກວາດ ໃຫ້ມັນສະອາດແລະເປັນລະບຽບ
ຮຽບຮ້ອຍຢູ່ສະເຫມີ
2. ເຮືອນນອນ  ກໍແມ່ນສະຖານທີ່ພັກຜ່ອນຫລັບນອນ ແລະເປັນທີ່ສ້າງ
ຄວາມໜ້າຢູ່ ໃຫ້ມີຄວາມຮົ່ມເຢັນແກ່ຜູ່ທີ່ມາຂໍເພິ່ງພາອາໄສ ແລະຄວນ
ເປັນລະບຽບ ຮຽບຮ້ອຍຄວນມ້ຽນເຊັດຖູ ເກັບຜ້າແພພັນເຄື່ອງນຸ່ງຫົ່ມ ໃຫ້ເປັນທີ່ສະອາດຫູສະອາດຕາແກ່ຜູ້ພົບເຫັນ
3. ເຮືອນຜົມ  ສຕຣີລາວໃນຍຸກບູຮານແມ່ນ ມັກໄວ້ຜົມຍາວດຳສະນິດ
ເອົາໄວ້ເກົ້າເປັນມວຍງາມ ສະນັ້ນ ຜູ້ຍິງຈຶ່ງຕ້ອງຮູ້ຈັກ ຮັກສາຜົມທີ່
ຍາວດຳໃຫ້ມັນສະອາດ ໃຫ້ມັນຖືກຫວີ ຈົບງາມພາໃຫ້ ຜູ້ພົບເຫັນຮູ້
ສຶກສະອອນຕາ ເມື່ອໄດ້ຊົມ ໄດ້ເບີ່ງ ການເກົ້າຜົມດຳ ເປັນເງົາງາມ
ພາໃຫ້ເຊີດຊູ ບຸກຄະລິກບໍ່ແມ່ນຈະປະປ່ອຍ ໃຫ້ມັນຫຍຸ້ງເຫຍີງຂາດ
ການເອົາໃຈໃສ່

ນໍ້າ 1  ນໍ້າຄຳ ຫມາຍເຖິງຄຳເວົ້າຄຳຈາຂອງແມ່ຍິງ ເຊິ່ງຈະຕ້ອງ
ເວົ້າຈາມ່ວນຫູ ຫລືເວົ້ານົວຫົວມ່ວນນັ້ນເອງ ເວົ້າຈາຊື່ກົງສະ
ເໝີຕົ້ນ ສະເໝີປາຍ ບໍ່ເວົ້າໂລເລ ແລະຮູ້ກາລະເທສະໃນ
ການເວົ້າຈາ. (ນ້ຳຄຳ)

ນໍ້າ 2  ກໍແມ່ນນໍ້າສະອາດບໍລິສຸດ ເອົາໄວ້ດື່ມກີນ ຕັກນໍ້າກີນໃສ່
ອຸໄວ້ ໜ້າຂັ້ນໃດເຮືອນ ເພື່ອຜູ້ໃດຜ່ານມາຈະໄດ້ ແວະເຊົາກີນນໍ້າ
ໃນອຸໄດ້ແລະກໍເພື່ອສຳລັບຄົນໃນເຮືອນດ້ວຍ ດັ່ງນັ້ນຄົນລາວ
ບູຮານເພີ່ນຈຶ່ງສັ່ງສອນວ່າ ຢ່າໃຫ້ແມງງ່ອງແງ່ງລົງຫລີ້ນນໍ້າ
ແອ່ງກີນ ຢ່າໃຫ້ມີຂີ້ໝີ່ນມ້ຽງສະນິມໄຄໃຕ້ກົ້ນແອ່ງ ຢ່າໃຫ້ນໍ້າ
ຂອດແຫ້ງ ແລງເຊົ້າໃຫ້ເຈົ້າຂົນໃສ່ເດີ...ຜູ້ໃດຫີວນໍ້າຍາມໃດ
ແມ່ນກີນໄດ້ຍາມນັ້ນ ຢ່າໃຫ້ໄຫໃນບ້ານ ຂາດແຫ້ງ ຢ່າໃຫ້ແອ່ງ
ຂາດກ້ຽງ ຊາວບ້ານຊິກ່າວຂວັນ (ນ້ຳກິນນ້ຳໃຊ້)

ນໍ້າ 3  ໄດ້ແກ່ນໍ້າທີ່ຄວນໃສ່ໃນເຕົ້າປູນ ຜູ້ໃດເປັນແມ່ເຮືອນກໍຕ້ອງ
ຮັກສານໍ້າໃນກະບອກປູນ ຢ່າໃຫ້ມັນແຫ້ງເລີຍ ເພາະເມື່ອຫາກມີ
ແຂກ ມາຢ້ຽມຢາມກໍຕ້ອງໄດ້ເອົາຂັນໝາກ ຂັນພູ ສູ່ແຂກ ຜູ້ມາ
ຢາມຖາມຂ່າວຄາວສຸກທຸກຕາມ ອັດທະຍາໄສອັນຈົບງາມ 
ຂອງຊາວລາວບູຮານ (ນ້ຳເຕົ້າປູນ)
 

ນໍ້າ 4   ອັນນີ້ໝາຍເຖີງນໍ້າຈິດນໍ້າໃຈ ຂອງເຈົ້າແມ່ເຮືອນ ໂດຍຕ້ອງ
ເປັນຄົນໃຈກວ້າງ ເຜື່ອແຜ່ ແກ່ຍາດຕິພີ່ນ້ອງ ຂອງຝ່າຍສາມີ ແລະ
ຝ່າຍຕົນ ໃຫ້ມັນສະເຫມີພາບກັນ ເຊັ່ນວ່າ ຢ່າໄດ້ມີຄຳຂົມ ຕໍ່ໃຜພໍ
ນ້ອຍ ຢ່າໄດ້ຄອຍຫາຂໍ້ງໍແງຮ້ອຍແງ່ ຄຽດຂໍ້ລໍ້ແຂ່ແຫລ້ແນວນີ້ມັນ
ບໍ່ດີນໍຂໍໃຫ້ແມ່ເຮືອນເຈົ້າເຮັດຕາມບູຮານເກົ່າ ຈຶ່ງຊິມີຂື້ນໄດ້ ຄວາມ
ໄຮ້ຈະໜີໄກພຸ້ນແລ້ວ (ນ້ຳໃຈ)
 
       
ເຮືອນ 3 ນໍ້າ 4 ເປັນຄຳສັ່ງສອນບູຮານໃຫ້ຄົນຮຸ້ນໃຫມ່ ນຳໄປ
ຮິ່ນຕອງ ແລະສາມາດປະຕິບັດໄດ້ຕາມການປັບຕົວເອງ ໃຫ້ເຂົ້າກັບ
ຍຸກໂລກາພິວັດ ເພື່ອສຸຂະພາບ ແລະ ອະນາມັຍ ແລະສືບຕໍ່ກິລິຍາ
ອັນໜ້າພາກພູມໃຈ ຂອງຄວາມມີມາລະຍາດດີ ກິລິຍາຄ່ອງ ຂອງ
ຜູ້ຍິງລາວສືບຕໍ່ໄປ.
 ຈາກປື້ມ ຄຳບູຮານ ແດ່ເຍົາວະຊົນ ຮຸ້ນໃຫມ່
ໂດຍອາຈານ ຈັນ ອິນທຸພິລາດ

1 comment:

  1. ມີປະໂຫຍດຫຼາຍຢາກຮູ້ມາດົນລະ ຂອບໃຈເດີ

    ReplyDelete