Pages
Home
ສຸພາສິດລາວ
ວຽງຈັນໃຫມ່
ວີແຄນຟລາຍ
ພັນລາວ
laos travel
soudaly
we love laos
Sunday, July 27, 2014
ຜົນງານ ອິອິ ໆ
Wednesday, June 25, 2014
ວີດີໂອ
Saturday, June 21, 2014
ຢ່າ ຢ່າ ຢ່າ...
ຢ່າເຮັດບຸນເອົາຫນ້າ
ຢ່າແກ້ຜ້າເອົາເງິນ
ຢ່າເພີນຈົນລືມຕົວ
ຢ່າມົວແຕ່ທ່ຽວຫລິ້ນ
ຢ່າກິນແຕ່ເບຍເຫລົ້າ
ຢ່າເມົາແຕ່ອະບາຍຍະມຸກ
ຢ່າທຸກຈົນລືມສູ້
ຢ່າຂົ່ມຂູ່ເພິ່ນຜູ້ນ້ອຍ
ຢ່າຄອຍແຕ່ວາດສະຫນາ
ຢ່າກ່າວວາຈາອວດອົ່ງ
ຢ່າປົງໃຈເຊື່ອງ່າຍ
ຢ່າທຳລາຍເພື່ອນມິດ
ຢ່າໃກ້ຊິດຄົນພານ
ຢ່າຫົວລ້ານລື່ນຄູ
ຢ່າດູຖູກຄົນຈົນ
ຢ່າວົນບ້າແຕ່ກາມ
ຢ່າຖາມໂດຍບໍ່ຄິດ
ຢ່າຜິດຮີດຄອງທຳ
ຢ່ານຳຄວາມຊົ່ວເຂົ້າເຮືອນ
ຢ່າບິດເບືອນຄວາມຈິງ
ຢ່ານອນນິ້ງຂີ້ຄ້ານ
ຢ່າທ່ຽວບ້ານພຸ້ນບ້ານພີ້
ຢ່າດີແຕ່ຕົວ
ຢ່າຊົ່ວແຕ່ຄົນອື່ນ
ຢ່າຝືນກົດລະບຽບ
ຢ່າເອົາປຽບສັງຄົມ
ຢ່າດົມກາວກິນຢາບ້າ
ຢ່າເຂັ່ນຂ້າຄົນດີ
ຢ່າຫນີຄວາມຈິງ
ຢ່າຍິ່ງຍະໂສ
ຢ່າໂມໂຫເກີນເຫດ
ຢ່າເທດໃຫ້ພຣະ (ຄູບາ) ຟັງ...
ພໍ ເມືອງພວນ
Saturday, May 31, 2014
ຄວາມທຸກຄວາມສຸກຂອງພໍ່ແມ່
Sunday, February 23, 2014
ຄົນດີຕ້ອງມີສິນທຳ
ບ້ານເມືອງເຕັມໄປດ້ວຍດ໋ອກເຕີຣ໌
ແຕ່ຂາດສິນທຳຄວາມດີ
ຈະເຮັດໃຫ້ເສື່ອມລາສີ
ປົກຄອງເມືອງແສນເສົ້າ
ປະຊາຊົນເຂົາສິທຸກຍາກຮ້ອນ
ຊາວນາສິອຶດຢາກ
ລູກຫລານເຫລັນພາຍພາກຫນ້າ
ສິນິນທາທ້ວງກ່າວຂວັນ...ເຈົ້າແລ້ວ
Older Posts
Home
Subscribe to:
Posts (Atom)